ພະແນກສາທາລະນະສຸກແຂວງອຸດົມໄຊ ແມ່ນໂຄງປະກອບກົງຈັກການຈັດຕັ້ງໜື່ງຂອງອົງການປົກຄອງແຂວງ ຢູ່ພາຍໃຕ້ການຊີ້ນຳ, ນຳພາທາງດ້ານການເມືອງແນວຄິດ, ເປັນເສນາທິການ ໃຫ້ແກ່ອົງການປົກຄອງແຂວງ ແລະ ການຊີ້ນຳ, ນຳພາ, ຕິດຕາມ, ກວດກາ ທາງດ້ານວິຊາການ ຂອງກະຊວງສາທາລະນະສຸກ, ພະແນກສາທາລະນະສຸກແຂວງໄດ້ສ້າງຕັ້ງຂື້ນໃນວັນທີ 1 ມັງກອນ 1967 ມາຮອດປັດຈຸບັນໄດ້ 57 ປີ, ໄດ້ມີການເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆໃນແຕ່ລະໄລຍະຄື: ໄລຍະທີ 1 ພະແນກສາທາລະນະສຸກແຂວງຕັ້ງຢູ່ ບ້ານດູ່ (ບ້ານ ນາແລໃນປັດຈຸບັນ); ໄລຍະທີ 2 ຕັ້ງຢູ່ ບ້ານ ຫ້ວຍຈາ (ບ້ານ ທ້ຽວ); ໄລຍະທີ 3 ຕັ້ງຢູ່ບ້ານ ດອນແກ້ວ (ເຂດສາງອາຫານໂລກ), ຈາກນັ້ນປີ 1982 ເປັນຕົ້ນມາ ພະແນກສາທາລະນະສຸກແຂວງ ໄດ້ຍົກຍ້າຍ ມາຕັ້ງຢູ່ ບ້ານ ດອນຍໍ (ບ້ານລ້ອງກໍເດື່ອ ໃນປັດຈຸບັນ) ເປັນໄລຍະທີ 4 ມີອາດິດການນຳຂອງພະແນກທັງໝົດ 8 ທ່ານ ຄື:
ມາຮອດປັດຈຸບັນຂະແໜງການສາທາລະນະສຸກໄດ້ມີຕາໜ່າງການບໍລິການປິ່ນປົວສຸຂະພາບປົກຄຸມໃນທົ່ວແຂວງ ເຊິ່ງມີສະຖານທີບໍລິການສຸຂະພາບ ທັງໝົດ 114 ແຫ່ງ, ໃນນີ້ມີໂຮງໝໍຊຸມຊົນ (ໂຮງໝໍເມືອງ) 6 ແຫ່ງ, ສູນບໍລິການ 1 ແຫ່ງ, ສຸກສາ 53 ແຫ່ງ, ໂຮງໝໍເອກະຊົນ 2 ແຫ່ງ, ໂຮງໝໍທະຫານ 4 ແຫ່ງ ແລະ ຫ້ອງກວດພະຍາດ ເອກະຊົນ 48 ແຫ່ງ; ມີພະນັກງານລັດຖະກອນບໍລິການສາທາລະນະສຸກທັງໝົດ 836 ຄົນ, ຍິງ 480 ຄົນ ໃນນີ້ ມີແພດຊຽວຊານ 29 ຄົນ, ປະລິນຍາໂທ 17 ຄົນ, ປະລິນຍາຕີ 163 ຄົນ, ຊັ້ນສູງ 275 ຄົນ ແລະ ຊັ້ນຕົ້ນ 57 ຄົນ.
ດ້ານໂຄງຮ່າງການຈັດຕັ້ງ ໂດຍອີງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 994/ອຊ ລົງວັນທີ 12 ຕຸລາ 2022 ປະກອບມີ 7 ຂະແໜງການ ແລະ 1 ຫ້ອງການ.