ປະ​ຫວັດ​ຄວາມ​ເປັນ​ມາ ຮ​ຮ

ປີ 1975 ພາຍຫຼັງປົດປ່ອຍ ທຸກຂົງເຂດວຽກງານແມ່ນຍັງຂາດແຄນພະນັກງານ ເພື່ອປະກອບເຂົ້າໃນການສ້າງສາ ພັດທະນາປະເທດຊາດ; ຂົງເຂດສາທາລະນະສຸກ ກໍ່ແມ່ນຂົງເຂດວຽກງານໜຶ່ງທີ່ເຮັດໜ້າທີ່ບໍລິການສຸຂະພາບ ໃຫ້ແກ່ປະຊາຊົນບັນດາເຜົ່າ. ໃນທົ່ວປະເທດມີໂຮງຮຽນສ້າງແພດຈໍານວນບໍ່ຫຼາຍ ເງື່ອນໄຂໃນການໄປສຶກສາຮໍາຮຽນກໍ່ຫຍຸ້ງຍາກ ແຕ່ຄວາມຕ້ອງການຂອງສັງຄົມມີຫຼາຍ ສະນັ້ນ ພະແນກສາທາລະນະສຸກແຂວງອຸດົມໄຊ ຈິ່ງສົມທົບກັບພາກສ່ວນທີ່ກ່ຽວຂ້ອງສ້າງຕັ້ງໂຮງຮຽນສ້າງແພດຊັ້ນຕົ້ນຂື້ນທີ່ແຂວງອຸດົມໄຊ ໃນເວລານັ້ນ ການຮຽນແມ່ນອີງໃສ່ປະສົບການ ການຝຶກປະຕິບັດຕົວຈິງເປັນຫຼັກ, ບໍ່ມີຫຼັກສູດການຮຽນທີ່ເປັນລະບົບ, ຜູ້ເຂົ້າຮຽນ ຈົບພຽງຊັ້ນປະຖົມ ກໍ່ສາມາດເຂົ້າຮຽນໄດ້ ຫຼັກສູດການຮຽນ ແຕກຕ່າງກັນໃນແຕ່ລະໄລຍະ ເຊິ່ງມີທັງໄລຍະຮຽນ 01 ປີ, 01 ປີ 06 ເດືອນ ແລະ 02 ປີ ເນັ້ນຈໍານວນດ້ານປະລິມານ ເພື່ອຕອບສະໜອງບຸກຄະລະກອນໃຫ້ໂຮງໝໍແຂວງ ແລະ ໂຮງໝໍເມືອງພາຍໃນແຂວງອຸດົມໄຊ. ແຕ່ປີ 1975-1994 ໂຮງຮຽນແຫ່ງດັ່ງກ່າວໄດ້ສ້າງ 02 ສາຂາຄື: ແພດຊັ້ນຕົ້ນ ແລະ ການຢາຊັ້ນຕົ້ນ ສາມາດສ້າງໄດ້ 20 ລຸ້ນ ມີຜູ້ສໍາເລັດການຮຽນທັງໝົດ 835  ຄົນ ໃນນັ້ນ ແພດຊັ້ນຕົ້ນ 782  ຄົນ ແລະ ການຢາຊັ້ນຕົ້ນ 53 ຄົນ. ມາຮອດຊ່ວງປີ 1995-1999 ແມ່ນໄດ້ຢຸດການສ້າງນັກຮຽນແພດຊົ່ວຄາວ. ຮອດ ປີ 2000  ກະຊວງສາທາລະນະສຸກມີນະໂຍບາຍຫຂະຫຍາຍສະຖານທີ່ການບໍລິການສຸຂະພາບໃຫ້ທົ່ວເຖິງ ຈິ່ງເຫັນໄດ້ຄວາມສໍາຄັນ ແລະ ຈໍາເປັນໃນການປະກອບບຸກຄະລະກອນເຂົ້າໃນສະຖານທີ່ບໍລິການທຸກແຫ່ງ ແລະ ອີງໃສ່ ສະພາບຈຸດພິເສດ ທີ່ຕັ້ງພູມສັນຖານ ທີ່ເໝາະສົມ ຈິ່ງໄດ້ອານຸຍາດໃຫ້ແຂວງອຸດົມໄຊ ສ້າງສະຖາບັນການສຶກສາສາທາລະນະສຸກຂຶ້ນ ໂດຍຫັນຈາກໂຮງຮຽນແພດຊັ້ນຕົ້ນ ມາເປັນໂຮງຮຽນສາທາລະນະສຸກອຸດົມໄຊ ຈົນເຖິງປະຈຸບັນ.

ພາຍຫຼັງກະກຽມຄວາມພ້ອມທັງດ້ານບຸກຄະລະກອນຄູ, ພື້ນຖານໂຄງລ່າງຫໍພັກ, ຫ້ອງຮຽນ, ຫ້ອງການພະນັກ ງານຄູອາຈານ, ຫຼັກສູດການຮຽນ, ອຸປະກອນການຮຽນ-ການສອນ, ປື້ມຕໍາລາການຮຽນ ແລະ ນິຕິກໍາອື່ນໆ ຄົບຖ້ວນແລ້ວ ຕົ້ນປີ 2003 ໄດ້ເປີດການຮຽນ-ການສອນ ຫຼັກສູດການແພດ ຮສຂ ຊັ້ນຕົ້ນສົກຮຽນ 2002-2003 ຂຶ້ນຢ່າງເປັນທາງການ ສ້າງນັກຮຽນໄດ້ 03 ລຸ້ນ ມີຜູ້ສໍາເລັດການສຶກສາ 125 ຄົນ ຍິງ 48 ຄົນ.

ຮອດສົກຮຽນ 2006-2007 ​ໄດ້ເປີດການຮຽນ-ການສອນ ຫຼັກສູດ ຊັ້ນກາງ ແລະ ຫຼັກສູດແພດບ້ານລະດັບຕົ້ນຈຳນວນທັງໝົດ 06 ສາຂາ 04 ຫຼັກສູດ ມີນັກສຶກສາທີ່ສໍາເລັດການສຶກສາທັງໝົດ ຈໍານວນ 1,011 ຄົນ ຍິງ 564 ຄົນ ໃນນີ້ມີແຕ່ລະຫຼັກສູດດັ່ງນີ້:

  1. ຫຼັກສູດ ພະຍາບານສາດເຕັກນິກ ຊັ້ນກາງ ສາຍກົງ ຈຳນວນ 09 ລຸ້ນ ມີນັກສຶກສາທັງໝົດ 536 ຄົນ, ຍິງ 323 ຄົນ.
  2. ຫຼັກສູດ ພະຍາບານ ສາດເຕັກນິກ ສາຍຕໍ່ເນື່ອງ ຈຳນວນ 03 ລຸ້ນ ມີນັກສຶກສາທັງໝົດ 69 ຄົນ ຍິງ 49 ຄົນ.
  3. ຫຼັກສູດ ແພດຊັ້ນກາງ ຮສຂ ມີຈຳນວນທັງໝົດ 03 ລຸ້ນ ມີນັກສຶກສາທັງໝົດ 105 ຄົນ ຍິງ 43 ຄົນ.
  4. ຫຼັກສູດ ຜະດຸງຄັນ ຊຸມຊົນ ຊັ້ນກາງ ສາຍກົງ ຈຳນວນ 04 ລຸ້ນ ມີນັກສຶກສາທັງໝົດ 77 ຄົນ ຍິງ 77 ຄົນ.
  5. ຫຼັກສູດ ຜະດຸງຄັນ ຊຸມຊົນ ສາຍຕໍ່ເນື່ອງ ຈຳນວນ 03 ລຸ້ນ ມີນັກສຶກສາທັງໝົດ 66 ຄົນ ຍິງ 52 ຄົນ.
  6. ຫຼັກສູດ ແພດບ້ານ ຊັ້ນຕົ້ນ ມີຈຳນວນທັງໝົດ 03 ລຸ້ນ ມີນັກສຶກສາທັງໝົດ 86 ຄົນ ຍິງ 39 ຄົນ.

ນັບແຕ່ປີ 2015 ເຖິງປະຈຸບັນ​ໂຮງຮຽນສາທາລະນະສຸກອຸດົມໄຊ​ ໄດ້​ຮັບ​ການ​ຕົກລົງ​ຈາກ​ກະຊວງ​ສາທາລະນະ​ສຸກ​ ແລະ ກະຊວງສຶກສາທິການ ແລະ ກິລາ ອານຸຍາດໃຫ້​ເປີດການຮຽນ-ການສອນ​​ຫຼັກສູດ​ຊັ້ນ​ສູງ 02 ສາຂາ 4 ຫຼັກສູດ​ຄື: ສາຂາ​ສາຂາພະຍາບານ, ຜະດຸງຄັນ ສາຍກົງ ແລະ ສາຍຕໍ່ເນື່ອງ ຈຳນວນທັງໝົດ 615 ຄົນ ຍິງ 406 ຄົນ.

>> ນັກສຶກສາທີ່ສຳເລັດການສຶກສາແລ້ວ ມີຈໍານວນທັງໝົດ 328 ຄົນ ຍິງ 226 ຄົນ ລາຍລະອຽດຄື:

  1. ຫຼັກສູດ ພະຍາບານ ຊັ້ນສູງ ສາຍກົງ ຈຳນວນ 03 ລຸ້ນ ມີນັກສຶກສາທັງໝົດ 162 ຄົນ ຍິງ 105 ຄົນ.
  2. ຫຼັກສູດ ພະຍາບານ ຊັ້ນສູງ ສາຍຕໍ່ເນື່ອງ ຈຳນວນ 03 ລຸ້ນ ມີນັກສຶກສາທັງໝົດ 89 ຄົນ ຍິງ 44 ຄົນ.
  3. ຫຼັກສູດ ຜະດຸງຄັນ ຊັ້ນສູງ ສາຍກົງ ຈຳນວນ 03 ລຸ້ນ ມີນັກສຶກສາທັງໝົດ 77 ຄົນ ຍິງ 77 ຄົນ.

>> ນັກສຶກສາທີ່ກຳລັງຮຽນຢູ່ໃນສົກຮຽນ 2020-2021 ຈໍານວນ ມີນັກສຶກສາທັງໝົດ 287 ຄົນ ຍິງ 224 ຄົນ.