ຕົ້ນກຳເນີດຂອງໂຮງໝໍແຂວງອຸດົມໄຊ: ໂຮງໝໍແຂວງອຸດົມໄຊໄດ້ແຍກຈາກໂຮງໝໍເສນາຮັກທະຫານແຂວງໃນປີ 1965. ຕັ້ງຢູ່ເຂດບ້ານນາແລແຄມນ້ຳຫີນເທດສະບານຂອງເມືອງໄຊ. ມີຈຳນວນ 35 ຕຽງນອນ, ມີແພດປະລິນຍາຕີ 1 ຄົນ, ແພດຊັ້ນກາງ 1 ຄົນ(ທັງສອງຄົນແມ່ນຄົນຫວຽດນາມ ທ່ານໝໍລີວ ແລະທ່ານໝໍສີງ), ແພດຊັ້ນຕົ້ນຈຳນວນ 15 ຄົນ. ເປັນໂຮງໝໍແບບປະຖົມປະຖານເຮັດດ້ວຍໄມ້ທຳມະຊາດ ເປັນໂຮງໝໍປີ່ນປົວລວມບໍ່ທັນມີເປັນຂະແໜງເທື່ອ, ບໍ່ທັນມີຫ້ອງຜ່າຕັດ ພຽງແຕ່ເປັນໂຮງໝໍປີ່ນປົວທົ່ວໄປກ່ຽວກັບພະຍາດຕ່າງໆພາຍໃນແຂວງແຕ່ລະພະແນກການ ແລະ ບັນດາເມືອງພຽງແຕ່ມີແພດປະຈຳກອງເທົ່ານັ້ນ.
ຮອດປີ 1968 ໂຮງໝໍໄດ້ຍົກຍ້າຍຈາກບ້ານນາແລໄປຕັ້ງຢູ່ຫ້ວຍຈາເຂດບ້ານທ້ຽວເພື່ອໄປລີ້ໄພທາງອາກາດເພາະເວລານັ້ນແມ່ນອາເມລິກາເລີ່ມເຮັດສົງຄາມທາງອາກາດ. ໃນເວລານັ້ນໂຮງໝໍແຂວງໄດ້ເພີ່ມຈຳນວນຕຽງນອນຂື້ນເປັນ 45 ຕຽງນອນ, ອຳນວຍການເປັນທ່ານໝໍລາວ ແລະຍັງມີຊ່ຽວຊານຫວຽດນາມ 5 ທ່ານ, ເຫຼືອນັ້ນເປັນແພດຊັ້ນກາງ ແລະຊັ້ນຕົ້ນເປັນຄົນລາວ ລວມ 35 ທ່ານ.
ໂຮງໝໍມີ 3 ຂະແໜງຄື: ພາຍນອກ, ພາຍໃນ ແລະປະສູດ. ຮອດປີ 1972 ໂຮງໝໍແຂວງໄດ້ຍົກຍ້າຍຈາກຫ້ວຍຈາເຂດບ້ານທ້ຽວມາຕັ້ງຢູ່ເຂດບ້ານດອນແກ້ວ. ຮອດປີ 1974 ໂຮງໝໍແຂວງໄດ້ຍົກຍ້າຍເປັນຄັ້ງທີ 3 ຈາກບ້ານດອນແກ້ວມາຕັ້ງຢູ່ບ້ານດອນຍໍ ຫຼື ບ້ານລ້ອງກໍເດື່ອໃນປະຈຸບັນ ເທດສະບານເມືອງໄຊ. ໃນເວລານັ້ນໂຮງໝໍໄດ້ປະກອບມີ 5 ຂະແໜງການຄື: ພາຍໃນ, ພາຍນອກ, ປະສູດ-ພະຍາດຍີງ, ເດັກນ້ອຍ ແລະຫ້ອງການບໍລິຫານ, ມີພະນັກງານທັງໝົດ 34 ທ່ານ, ປະຣີນຍາຕີ 1 ທ່ານ, ແພດຊັ້ນກາງ 13 ທ່ານ, ພະຍາບານ 20 ທ່ານ ມີຫ້ອງວິເຄາະ, ການຢາ ແຕ່ບໍ່ມີລັງສີ, ການປີ່ນປົວຄົນເຈັບແມ່ນປີ່ນປົວແບບທົ່ວໄປ, ສຳລັບພາຍນອກພຽງແຕ່ຜ່າຕັດແບບງ່າຍໆຄື: ໜີ້ວພົກຍ່ຽວ, ໄສ້ລົງຫຳ, ເຈະອັບແຊຕ່າງໆ. ສ່ວນກະດູກພຽງແຕ່ຄົງທີ່ ແລະດືງໂອບແປ້ງເທົ່ານັ້ນ.
ຮອດປີ 1984 ໄດ້ຮັບທືນຊ່ວຍເຫຼືອຈາກແຂວງແຮກສ່ຽວຮານາມນີງ ສສ ຫວຽດນາມໂຮງໝໍແຂວງຈີ່ງປະກອບມີແພດປະລິນຍາຕີ 8 ທ່ານ ແຕ່ຍັງບໍ່ມີແພດຊ່ຽວຊານຈັກຄົນ, ການປີ່ນປົວຄົນເຈັບໄດ້ແຍກອອກເປັນແຕ່ລະຂະແໜງການລະອຽດຄື: ຂະແໜງພາຍໃນ, ພາຍນອກ, ເດັກນ້ອຍ, ປະສູດພະຍາດຍີງ, ວິເຄາະ, ການຢາ ແລະບໍລິຫານການແພດ, ວາງຢາສະຫຼົບ, ການຜ່າຕັດຈີ່ງເລີ່ມພັດທະນາກ້າວຂື້ນບາດກ້າວໜື່ງ ຜ່າຕັດພາຍນອກ ແລະ ຜ່າຕັດປະສູດພະຍາດຍີງ.
ປີ 1985 ໂຮງໝໍແຂວງໄດ້ຮັບການປັບປຸງ ຈາກ 50 ຕຽງຂື້ນເປັນ 80 ຕຽງນອນ, ມີພະນັກງານແພດທັງໝົດ 50 ທ່ານ,ລະບົບການຈັດຕັ້ງໄດ້ແບ່ງອອກຕາມສາຍວິຊາການຄື: ພາຍນອກ, ພາຍໃນ, ປະສູດພະຍາດຍີງ, ຕາ, ແຂ້ວ, ຫູ ດັງ ຄໍ, ລັງສີ, ວິເຄາະ, ສຸກເສີນມໍລະສຸມ, ການຢາ, ກວດເຂດນອກ, ຫ້ອງການບໍລິຫານ ແລະສະຖີຕິການແພດ.
ປີ 2004 ທາງກະຊວງສາທາລະນະສຸກໄດ້ກູ້ເງີນນຳທະນາຄານພັດທະນາອາຊີ ADB ມາກໍ່ສ້າງໂຮງໝໍແຂວງອຸດົມໄຊ(ຫຼັງປະຈຸບັນ) ກໍ່ສ້າງສຳເລັດໃນທ້າຍປີ 2004, ທ້າຍປີ 2005 ໄດ້ຍົກຍ້າຍໂຮງໝໍແຂວງຈາກບ້ານລ້ອງກໍເດື່ອມາຢູ່ໂຮງໝໍໃໝ່ຕັ້ງຢູ່ບ້ານດອນແກ້ວເຂດເທດສະບານເມືອງໄຊ ເຊີ່ງປະກອບມີ 85 ຕຽງນອນ ມີ 19 ໜ່ວຍງານຈົນເຖີງປະຈຸບັນນີ້. ມີພະນັກງານແພດໝໍ ແລະພະຍາບານທັງໝົດ 257 ຄົນ. ແພດຊ່ຽວຊານ, ປະຣິນຍາຕີ, ຊັ້ນກາງ, ຊັ້ນຕົ້ນ ທີ່ມີຄວາມຮູ້, ຄວາມສາມາດ, ມີປະສົບການໃນການບໍລິການປິ່ນປົວຄົນເຈັບ ແລະບໍລິຫານວຽກງານຕ່າງໆພາຍໃນໂຮງໝໍແຂວງອຸດົມໄຊ.