I. ລະບົບກົງຈັກການຈັດຕັ້ງພັກ.
ມີ 01 ຫນ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງ ມີ 04 ຈຸພັກນັກສຶກສາຂຶ້ນກັບຄະນະຫນ່ວຍພັກໂຮງຮຽນສາທາລະນະສຸກ, ມີຄະນະພັກ 03 ສະຫາຍ, ຍິງ 01 ສະຫາຍ ມີສະມາຊິກທັງໝົດ 62 ສະຫາຍ ຍິງ 36 ສະຫາຍ, ສະມາຊິກພັກສົມບຸນ 59 ສະຫາຍ ຍິງ 35 ສະຫາຍ, ສະມາຊິກພັກສຳຮອງ 2 ສະຫາຍ ຍິງ 02 ສະຫາຍ ໃນນີ້ ມີສະມາຊິກພັກທີ່ເປັນພະນັກງານ 17 ສະຫາຍ ຍິງ 09 ສະຫາຍ ແລະ ສະຊມາຊິກພັກທີ່ເປັນນັກສຶກສາ 45 ສະຫາຍ ຍິງ 27 ສະຫາຍ ສໍາຮອງ 02 ສະຫາຍ ຍິງ 02 ສະຫາຍ.
II. ລະບົບກົງຈັກການຈັດຕັ້ງມະຫາຊົນ.
ປະກອບມີ 3 ອົງການຈັດຕັ້ງມະຫາຊົນຄື: ອົງການຈັດຕັ້ງກຳມະບານ, ອົງການຈັດຕັ້ງຊາວໝຸ່ມ ແລະ ອົງການຈັດຕັ້ງແມ່ຍິງ
1. ອົງການຈັດຕັ້ງແມ່ຍິງ.
ມີສະມາຊິກທັງໝົດ ຈຳນວນ 241 ສະຫາຍ ໃນນີ້ ສະມາຊິກແມ່ຍິງທີ່ເປັນພະນັກງານ 15 ສະຫາຍແລະ ສະມາຊິແມ່ຍິງທີ່ເປັນນັກສຶກສາ 226 ສະຫາຍ.
2. ອົງການຈັດຕັ້ງຊາວໜຸ່ມ.
ມີສະມາຊິກຊາວໝໜຸ່ມທັງໝົດ ຈຳນວນ 209 ສະຫາຍ ຍິງ 159 ສະຫາຍ ໃນນີ້ ສະມາຊິກຊາວໜຸ່ມທີ່ເປັນພະນັກງານ ຈຳນວນ 18 ສະຫາຍ ຍິງ 11 ສະຫາຍ ແລະ ສະມາຊິກທີ່ເປັນນັກສຶກສາ ຈຳນວນ 191 ສະຫາຍ ຍິງ 148 ສະຫາຍ.
3. ອົງການຈັດຕັ້ງກຳມະບານ.
ມີສະມາຊິກກຳມະບານທັງໝົດ 163 ສະຫາຍ ຍິງ 97 ສະຫາຍ ໃນນີ້ມີສະມາຊິກກຳມະບານທີ່ເປັນພະນັກງານ 28 ສະຫາຍ ຍິງ 16 ສະຫາຍ ແລະ ສະມາຊິກກຳມະບານທີ່ເປັນນັກສຶກສາ 135 ສະຫາຍ ຍິງ 99 ສະຫາຍ.