I. ໂຄງປະກອບດ້ານບຸກຄະລະກອນ.
ມີພະນັກງານທັງໝົດ 32 ຄົນ, ຍິງ 19 ຄົນ, ພະນັກງານລັດຖະກອນສົມບູນ 27 ຄົນ, ຍິງ 15 ຄົນ, ພະນັກງານລັດຖະກອນ 95% 01 ຄົນ ຍິງ 01 ຄົນ, ພະນັກງານອາສາສະຫມັກ 03 ຄົນ, ຍິງ 02 ຄົນ, ພະນັກງານສັນຍາຈ້າງ 01 ຄົນ, ຍິງ 01 ຄົນ.
1). ພະນັກງານແຍກຕາມຊັ້ນວິຊາສະເພາະ.
- ປະລິນຍາໂທ 04 ຄົນ ຍິງ 02 ຄົນ
- ປະລິນຍາຕີ 17 ຄົນ ຍິງ 11 ຄົນ
- ຊັ້ນສູງ 05 ຄົນ ຍິງ 02 ຄົນ
- ຊັ້ນກາງ 04 ຄົນ ຍິງ 03 ຄົນ
2). ຄູສອນແຍກຕາມຊັ້ນວິຊາສະເພາະ.
ຈຳນວນຄູສອນທັງໝົດ 82 ຄົນ, ຍິງ 63 ຄົນ, ໃນນັ້ນ, ຄູປະຈໍາ 18 ຄົນ, ຍິງ 12 ຄົນ, ຄູເຊີນ 32 ຄົນ,ຍິງ 19 ຄົນ ແລະ ຄູຄຣີນິກ 32 ຄົນ, ຍິງ 32 ຄົນ.

II. ຫຼັກສູດທີ່ເປີດການຮຽນ-ການສອນໃນປະຈຸບັນ.
ໄດ້ດຳເນີນການຮຽນ-ການສອນ ມີ 02 ສາຂາ, 4 ຫຼັກສູດຄື: ສາຂາພະຍາບານ ແລະ ສາຂາຜະດຸງຄັນ ຊັ້ນສູງ ສາຍກົງ ແລະ ສາຍຕໍ່ເນື່ອງ ມີ 04 ຫຼັກສູດຄື:
- ຫຼັກສູດ ຊັ້ນສູງ ພະຍາບານ (ຕໍ່ເນື່ອງ) ລະບົບ 1,6 ປີ
- ຫຼັກສູດ ຊັ້ນສູງ ພະຍາບານ (ສາຍກົງ) ລະບົບ 03 ປີ
- ຫຼັກສູດ ຊັ້ນສູງ ຜະດຸງຄັນ (ຕໍ່ເນື່ອງ) ລະບົບ 1,6 ປີ
- ຫຼັກສູດ ຊັ້ນສູງ ຜະດຸງຄັນ (ສາຍກົງ) ລະບົບ 03 ປີ
ຂໍ້ມູນນັກສຶກສາ
1. ຫຼັກສູດ ຊັ້ນສູງ ພະຍາບານ (ຕໍ່ເນື່ອງ) ມີ 48 ຄົນ ຍິງ 31 ຄົນ.
2. ຫຼັກສູດ ຊັ້ນສູງ ພະຍາບານ (ສາຍກົງ) ມີ 156 ຄົນ ຍິງ 110 ຄົນ.
3. ຫຼັກສູດຊັ້ນສູງຜະດຸງຄັນ (ຕໍ່ເນື່ອງ ມີ 20 ຄົນ ຍິງ 20 ຄົນ
4. ຫຼັກສູດ ຊັ້ນສູງ ຜະດຸງຄັນ (ສາຍກົງ) ມີ 63 ຄົນ ຍິງ 63 ຄົນ

- ຈຳນວນນັກສຶກສາທີ່ສຳເລັດການສຶກສາ ໝົດມີ 328 ຄົນ ຍິງ 226 ຄົນຄື:
1. ຫຼັກສູດ ຊັ້ນສູງ ພະຍາບານ (ຕໍ່ເນື່ອງ ມີ 89 ຄົນ ຍິງ 44 ຄົນ.
2. ຫຼັກສູດ ຊັ້ນສູງ ພະຍາບານ (ສາຍກົງ) ມີ 162 ຄົນ ຍິງ 105 ຄົນ.
3. ຫຼັກສູດ ຊັ້ນສູງ ຜະດຸງຄັນ (ສາຍກົງ) ມີ 77 ຄົນ ຍິງ 77 ຄົນ
