- ພາລະບົດບາດ: ໂຮງໝໍແຂວງອຸດົມໄຊ ແມ່ນມີພາລະບົດບາດໃນການບໍລິການກວດພະຍາດ, ບົ່ງມະຕິ, ປິ່ນ ປົວ, ຟື້ນຟູຊີບ ແລະຟື້ນຟູໜ້າທີ່ການ, ຄົ້ນຄ້ວາວະທະຍາສາດ, ກໍ່ສ້າງ-ບຳລຸງະິນັກງານສາທາລະນະສຸກ ໂດຍຖືເອົາ 8 ແຜນງານເປັນບອ່ນອີງໃນການຈັດຕັ້ງປະຕິບັດ. ນອກຈາກນີ້ຍັງມີພາລະບົດບາດກັນພະຍາດ-ສົ່ງເສີມສຸຂະພາບ ແລະຊີ້ນຳໂຮງໝໍຂັ້ນລຸ່ມ ໃນການຄຸ້ມຄອງບໍລິຫານວຽກງານປິ່ນປົວ.
- ໜ້າທີ:
1. ກວດສຸຂະພາບ, ກວດພະຍາດ, ບົ່ງມະຕິ, ປິ່ນປົວ, ຟື້ນຟູຊີບ ແລະຟື້ນຟູໜ້າທີ່ການໃຫ້ແກ່ປະຊາຊົນບັນດາເຜົ່າຢ່າງສະເໝີພາບ, ມີຄຸນນະພາບ, ມີຈັນຍາ ບັນອັນສູງສົ່ງ ໂດຍການສົມທົບການແພດສະໄໝໃໝ່ ແລະການແພດພື້ນເມືອງ.
2. ຄົ້ນຄ້ວາເຕັກນິກ, ວິທະຍາສາດການແພດສະໄໝໃໝ່, ເຜີຍແຜ່ ແລະນໍາໃຊ້ຜົນສໍາເລັດດ້ານວິທະຍາສາດ-ເຕັກໂນໂລຊີການແພດກ່ຽວກັບການປິ່ນປົວຢູ່ພາຍໃນ ແລະຕ່າງປະເທດ.
3. ຊວ່ຍໂຮງໝໍເມືອງ, ສຸກສາລາ ແລະຖົງຢາປະຈໍາບ້ານ ຍົກລະດັບຄວາມຮູ້ ຄວາມສາມາດດ້ານເຕັກນິກວິຊາການ ການແພດໃຫ້ມີຄຸນນະພາບ ແລະປະສິດທິຜົນ.
4. ຈັດຫາ, ຄຸ້ມຄອງ, ນໍາໃຊ້ຢາ, ອຸປະກອນການແພດ ແລະພັດທະນາພື້ນຖານວັດຖຸເຕັກນິກຂອງໂຮງໝໍໃຫ້ຄົບຖ້ວນ ແລະທັນສະໄໝເທື່ອລະກ້າວ.
5. ກໍ່ສ້າງ-ບໍາລຸງຍົກລະດັບດ້ານວິຊາການ ແລະຈັນຍາບັນການແພດໃຫ້ພະນັກງານໃນໂຮງໝໍຂອງຕົນ ແລະໂຮງໝໍຂັ້ນລຸ່ມ ຂັ້ນຕ່າງໆ ຢູ່ແຕ່ລະວິຊາການ.
6. ຄົ້ນຄ້ວາ, ສະເໜີປັບປຸງການຈັດຕັ້ງ, ການແຕ່ງຕັ້ງ, ການຍົກຍ້າຍ, ການເລື່ອນຊັ້ນ-ຂັ້ນ, ການຍ້ອງຍໍ, ການປະຕິ ບັດວິໄນ ແລະການນຳໃຊ້ບຸກຄະລາກອນຕາມລະບຽບການ.
7. ປະຕິບັດກົດໝາຍ, ລະບຽບ, ລະບອບການຕ່າງໆທີ່ລັດ ແລະໂຮງໝໍວາງອອກແຕ່ລະໄລຍະ.
8. ຂຶ້ນແຜນ, ຄຸ້ມຄອງລາຍຮັບ-ລາຍຈ່າຍການເງິນຂອງໂຮງໝໍໃຫ້ຖືກຕ້ອງຕາມລະບຽບການ.
9. ປະສານງານສົມທົບກັບພາກສວ່ນວິຊາການອື່ນໆ ທັງພາຍໃນແຂວງ, ສູນກາງ ແລະຕ່າງປະເທດເພື່ອແລກປ່ຽນບົດຮຽນ, ຮວ່ມມື ແລະຍາດແຍ່ງການຊວ່ຍເຫຼືອໃນການພັດທະນາໂຮງໝໍຕາມລະບຽບການ.
10. ຄົ້ນຄ້ວາ ແລະຮ່າງບັນດາເອກະສານ ທີ່ມີລັກສະນະນິຕິກໍາ, ຂໍ້ຕົກລົງ, ລະບອບ, ລະບຽບການ, ໃບສະເໜີ, ແຈ້ງການອື່ນໆ ທີ່ກ່ຽວຂ້ອງກັບໂຮງໝໍ ເພື່ອນໍາສະເໜີການຈັດຕັ້ງຂັ້ນເທິງພິຈາລະນາຕົກລົງ.
11. ໃຫ້ສຸຂະສຶກສາ ແລະໃຫ້ຂໍ້ມູນຂ່າວສານດ້ານການແພດແກ່ປະຊາຊົນບັນດາເຜົ່າ.
12. ປົກປ້ອງ ແລະຄຸ້ມຄອງພະນັກງານທີ່ມີຄວາມສ່ຽງໃນການປະຕິບັດໜ້າທີ່ຂອງຕົນ.
13. ສະຫຼຸບ, ຕີລາຄາ, ປະເມີນການເຄື່ອນໄຫວຂອງໂຮງໝໍ ແລະລາຍງານປະຈໍາເດືອນ, 3ເດືອນ, 6ເດືອນ ແລະປະຈໍາປີ ໃຫ້ພະແນກສາທາລະນະສຸກແຂວງ, ນະຄອນຫຼວງ ແລະກະຊວງສາທາລະນະສຸກ.
14. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງການຈັດຕັ້ງ.
- ຂອບເຂດສິດ:
1. ຄຸ້ມຄອງ, ນໍາໃຊ້, ຄົ້ນຄ້ວາ ແລະສະເໜີການກໍ່ສ້າງ-ບໍາລຸງຍົກລະດັບ, ແຕ່ງຕັ້ງ, ເລື່ອນຊັ້ນ-ຂັ້ນ, ຍົກຍ້າຍ, ປົດຕໍາ ແໜ່ງ, ປະຕິບັດນະໂຍບາຍ ແລະປະຕິບັດວິໄນ ຕໍ່ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ຖືກຕ້ອງ.
2. ຈັດຊື້ ແລະຄຸ້ມຄອງນໍາໃຊ້ຢາ ແລະອຸປະກອນການແພດຂອງໂຮງໝໍ.
3. ຄຸ້ມຄອງ, ນໍາໃຊ້ລາຍຮັບ-ລາຍຈ່າຍດ້ານການເງິນ ແລະພື້ນຖານວັດຖຸເຕັກນິກຕ່າງໆຂອງໂຮງໝໍ ຕາມລະບຽບຫຼັກການ ແລະແຜນການທີ່ໄດ້ຮັບອະນຸມັດ ໃຫ້ມີປະສິດທິຜົນ.
4. ອອກຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ແລະແຈ້ງການກ່ຽວກັບບັນຫາ ທີ່ນອນຢູ່ໃນພາລະບົດບາດ ແລະໜ້າທີ່ຂອງໂຮງໝໍຕາມການມອບໝາຍ.
5. ເຂົ້າຮວ່ມກອງປະຊຸມ, ປຶກສາຫາລື, ປະກອບຄໍາຄິດ, ຄໍາເຫັນ ທີ່ພົວພັນກັບໜ້າທີ່ຄວາມຮັບຜິດຊອບຂອງໂຮງໝໍ
6. ປະຕິບັດສິດອື່ນໆຕາມການມອບໝາຍຂອງການຈັດຕັ້ງຂັ້ນເທິງ.