ລະບົບກົງຈັກການຈັດຕັ້ງລັດ.
1. ດ້ານການຈັດຕັ້ງ.
ມີ 2 ສະພາຄື: ສະພາບໍລິຫານ ແລະ ສະພາວິຊາການ
ມີ 03 ຫນ່ວຍງານຄື: ຫນ່ວຍງານວິຊາການ, ຫນ່ວຍງານບໍລິຫານ ແລະໜ່ວຍງານຄຸ້ມຄອງນັກສຶກສາ.
2. ກຸ່ມວຽກໜ່ວຍງານວິຊາການ.
ມີທັງໝົດ 10 ກຸ່ມວຽກຄື: ວຽກງານພັດທະນາຄູ, ວຽກງານປະກັນຄຸນະພາບການສຶກສາ, ວຽກງານບໍລິຫານຫຼັກສູດພະຍາບານ, ວຽກງານບໍລິຫານຫຼັກສູດຜະດຸງຄັນ, ວຽກງານຫ້ອງສະໝຸດ, ວຽກງານຫ້ອງສາທິດ, ວຽກງານພັດທະນາຫຼັກສູດ, ວຽກງານວັດ ແລະ ປະເມີນຜົນ, ວຽກງານອົບຮົມ-ວິໄຈ ແລະ ວຽກງານສື່ການຮຽນ-ການສອນ.
3. ກຸ່ມວຽກງານໜ່ວຍງານບໍລິຫານຄຸ້ມຄອງ ແລະ ຈັດຕັ້ງ
ມີທັງໝົດ 6 ກຸ່ມວຽກຄື: ວຽກງານບໍລິຫານຄຸ້ມຄອງ, ວຽກງານຈັດຕັ້ງ-ກວດກາ, ວຽກງານການເງິນ, ວຽກງານຄົ້ນຄ້ວາ-ສັງລວມ, ວຽກງານສະຖິຕິ-ແຜນການ ແລະ ການຮ່ວມມື ແລະ ວຽກງານສາລະບານຂາເຂົ້າ-ຂາອອກ.
4. ກຸ່ວຽກໜ່ວຍງານຄຸ້ມຄອງນັກສຶກສາ.
ມີທັງໝົດ 03 ກຸ່ວຽກຄື: ວຽງານຄຸ້ມກົດລະບຽບ, ວຽງານຄຸ້ມຄອງຂໍ້ມູນ ແລະ ວຽກງານກິດຈະກຳນັກສຶກສາ.
5. ໂຄງປະກອບດ້ານບຸກຄະລະກອນ.
ມີພະນັກງານທັງໝົດ 32 ຄົນ, ຍິງ 19 ຄົນ, ພະນັກງານລັດຖະກອນສົມບູນ 27 ຄົນ, ຍິງ 15 ຄົນ, ພະນັກງານລັດຖະກອນ 95% 01 ຄົນ ຍິງ 01 ຄົນ, ພະນັກງານອາສາສະຫມັກ 03 ຄົນ, ຍິງ 02 ຄົນ, ພະນັກງານສັນຍາຈ້າງ 01 ຄົນ, ຍິງ 01 ຄົນ.
6. ພະນັກງານແຍກຕາມຊັ້ນວິຊາສະເພາະ.
- ປະລິນຍາໂທ 04 ຄົນ ຍິງ 02 ຄົນ
- ປະລິນຍາຕີ 17 ຄົນ ຍິງ 11 ຄົນ
- ຊັ້ນສູງ 05 ຄົນ ຍິງ 02 ຄົນ
- ຊັ້ນກາງ 04 ຄົນ ຍິງ 03 ຄົນ
7. ຄູສອນແຍກຕາມຊັ້ນວິຊາສະເພາະ.
ຈຳນວນຄູສອນທັງໝົດ 82 ຄົນ, ຍິງ 63 ຄົນ, ໃນນັ້ນ, ຄູປະຈໍາ 18 ຄົນ, ຍິງ 12 ຄົນ, ຄູເຊີນ 32 ຄົນ,ຍິງ 19 ຄົນ ແລະ ຄູຄຣີນິກ 32 ຄົນ, ຍິງ 32 ຄົນ.
