- ພັດທະນາໂຮງໝໍແຂວງອຸດົມໄຊ ໃຫ້ກາຍເປັນສະຖານທີ່ບໍລິການທີ່ມີຄຸນນະພາບດີ, ທົ່ງເຖິງ, ສະເໝີພາບ ແລະຍຸຕິທຳ ເປັນທີ່ເພິ່ງພໍໃຈຂອງປະຊາຊົນບັນດາເຜົ່າ.
- ບໍລິການສຸຂະພາບທຸກຖ້ວນໜ້າ(UHC) ໃຫ້ຖືກຕ້ອງຕາມນະໂຍບາຍ.
- ສາມັກຄີຮວ່ມໃຈບໍລິການດ້ວຍຮອຍຍີ້ມ, ສິ່ງແວດລ້ອມທີ່ສົດໄສ, ມີສິ່ງອໍານວຍຄວາມສະດວກທຸກດ້ານ-ທັນສະໄໝເທື່ອລະກ້າວ.
- ຍົກລະດັບ ແລະປັບປຸງວິຊາການແຕ່ລະໜວ່ຍງານໃຫ້ມີຄວາມຮູ້-ຄວາມສາມາດໄປນຳໃຊ້ເຂົ້າໃນວຽກງານໃຫ້ຖືກຕ້ອງ, ສອດຄ່ອງ ແລະເໝາະສົມກາຍເປັນພາກໃນປີ 2025.
- ປັບປຸງ ແລະຍົກລະດັບໃຫ້ວິຊາການໃນການຄຸ້ມຄອງ-ນໍາໃຊ້ ອຸປະກອນການແພດທີ່ທັນສະໄໝຢ່າງເໝາະສົມ ແລະ ມີຄວາມສຳນານງານ.
- ສ້າງທ່າແຮງກ້າວໄປສູ່ບອ່ນສຶກສາຄົ້ນຄວ້າ ແລະກາຍເປັນສະຖານທີ່ຝຶກປະຕິບັດດ້ານສຸຂະພາບເທື່ອລະກ້າວ.
- ພັດທະນາການເສື່ອມສາຍລະບົບຂໍ້ມູນຂ່າວສານສາທາລະນະສຸກ(DHIS2) ດ້ວຍເຕັກໂນໂລຊີທີ່ທັນສະໄໝ-ທົ່ວເຖິງ ວ່ອງໄວທັນເວລາ.
- ເພີ່ມທະວີການປະສານງານວຽກງານວິຊາການລະຫ່ວາງໂຮງໝໍສູນກາງ, ໂຮງໝໍແຂວງ ແລະໂຮງໝໍຊຸມຊົນ ຕະ ຫຼອດຮອດໂຮງນ້ອຍ ໃຫ້ເປັນລະບົບການສົ່ງຕໍ່ຄົນເຈັບທີ່ຖືກຕ້ອງ ຕາມນະໂຍບາຍຂອງປະກັນສຸຂະພາບແຫ່ງຊາດ.