​ວິ​ໄສ​ທັດ ແລະ ຍຸດ​ທະ​ສາດ ຮ​ຮ

ວິໄສທັດ: ເປັນສູນກາງການສຶກສາສາທາລະນະສຸກພາກເໜືອ ທີ່ມີຄຸນນະພາບທາງດ້ານວິຊາການຕາມ

            ມາດຕະຖານລະດັບຊາດ.


I. ຍຸດທະສາດລວມ.

  •  ທິດທາງລວມ.

ຈັດຕັ້ງປະຕິບັດຕາມມະຕິກອງປະຊຸມໃຫຍ່ຂອງຄະນະພັກຮາກຖານພະແນກສາທາລະນະສຸແຂວງ, ມະຕິກອງປະຊຸມໃຫຍ່ໜ່ວຍພັກໂຮງຮຽນສາທາລະນະສຸກອຸດົມໄຊ, ສ້າງ ແລະ ພັດທະນາໂຮງຮຽນສາທາລະນະສຸກອຸດົມໄຊ ໃຫ້ກາຍສະຖາບັນການສຶກສາ ສາທາລະນະສຸກພາກເໜືອ ທີ່ມີຄຸນນະພາບທາງດ້ານວິຊາການຕາມມາດຕະຖານລະດັບຊາດ

  •  ທິດທາງສະເພາະ.
    1. ສົ່ງເສີມ ແລະ ພັດທະນາບຸກຄະລາກອນຄູ​ສອນ​ໃຫ້ມີ​ຄຸນ​ນະພາ​ບ​
    2. ສ້າງ​ ແລະ ພັດທະນາ ບຸກຄະລາ​ກອນ​ສາທາລະນະ​ສຸກ ໃຫ້​ມີ​ຄວາມ​ຮູ້​ ຄວາມສາມາດທາງ​ດ້ານ​ວິຊາ​ການ, ມີຄຸນສົມບັດ, ມີຈັນຍາບັນ, ຈັນຍາທໍາທາງດ້ານວິຊາຊີບ ​ເພື່ອ​ຕອບ​ສະໜອງ​ໃຫ້​ແກ່​ສັງ​ຄົ;.
    3. ປັບປຸງ​​ພື້ນຖານ​ໂຄງ​ລ່າງ ​ແລະ ນຳໃຊ້ອຸປະກອນສື່ການການຮຽນ-ການສອນ ທີ່ມີຄວາມທັນສະໄໜ.
    4. ສົ່ງ​ເສີມ​ນັກສຶກສາປະຕິບັດກິດ​ຈະກຳຕາມ 05 ຫຼັກມູນຂອງການສຶກສາ;

II. ພັນທະກິດ.

  1. ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ ຄູອາຈານ ແລະ ນັກສຶກສາໃຫ້ໜັກແໜ້ນ;
  2. ສົ່ງເສີມຄວາມຮູ້ຄວາມສາມາດຂອງບຸກຄະລາກອນ ແລະ ສ້າງຄູໃຫ້ມີຕຳແໜ່ງວິຊາການ;
  3. ສົ່ງເສີມຄວາມເປັນເຈົ້າການໃນການຮຽນຮູ້ຂອງນັກສຶກສາ ຄຽງຄູ່ກັບການມີຈັນຍາບັນ ຈັນຍາທຳ ແລະ ຮັກສາຮີດຄອງປະເພນີອັນດີງາມຂອງຊາດ;
  4. ສົ່ງເສີມຫົວຄິດປະດິດສ້າງຂອງນັກສຶກສາ ແລະ ໃຫ້ບໍລິການວິຊາການແກ່ສັງຄົມ;
  5. ພັດທະນາການບໍລິຫານດ້ານວິຊາການຕາມວົງຈອນ PDCA;
  6. ປັບປຸງໂຄງລ່າງພື້ນຖານ ແລະ ສະພາບແວດລ້ອມ ທີ່ເອື້ອອຳນວຍແກ່ການຮຽນຮູ້ຂອງນັກສຶກສາ;
  7. ຍົກສູງວຽກງານປະກັນຄຸນນະພາບການສຶກສາ ແລະ ລະບົບການວັດປະເມີນຜົນໃຫ້ມີຄວາມໂປ່ງໃສ;
  8. ສົ່ງເສີມເຜີຍແຜ່ການຄົ້ນຄວ້າວິທະຍາສາດສາທາລະນະສຸກ;
  9. ສົ່ງເສີມການພົວພັນຮ່ວມມືກັບສະຖານການສຶກສາສາທາລະນສຸກພາຍໃນ ແລະ ຕ່າງປະເທດ;