​ວຽກ​ງານ​ອົງ​ການ​ຈັດ​ຕັ້ງ ຮ​ໝ

  • ອົງການຈັດຕັ້ງພັກ: ໂຮງໝໍແຂວງອຸດົມໄຊປະກອບມີ 4 ໜວ່ຍພັກຄື: ໜວ່ຍພັກບໍລິຫານ, ໜວ່ຍພັກວິຊາການ1, ໜວ່ຍພັກວິຊາການ2 ແລະໜວ່ຍພັກວິຊາການ3 ທີ່ຂຶ້ນກັບໜວ່ຍພັກຮາກຖານພະແນກສາທາລະນະສຸກແຂວງ ມີພາລະບົດບາດຊີ້ນຳ-ນຳພາທຸກວຽກງານໃນຂອບເຂດຂອງຕົນຮັບຜິດຊອບ. ຄະນະພັກລວ່ມມີ 12 ສະຫາຍ, ຍິງ 5 ສະຫາຍ. ທັງ 4 ໜວ່ຍພັກສະມາຊິກທັງໝົດມີ 70 ສະຫາຍ, ຍິງ 44 ສະຫາຍ, ມີສະມາ ຊິກພັກສຳຮອງ 5 ສະຫາຍ, ຍິງ 3 ສະຫາຍ ແລະມີສະມາຊິກພັກສົມບູນ 65 ສະຫາຍ, ຍິງ 41 ສະຫາຍ, ຍົກຍ້າຍ 1 ສະຫາຍ, ຍິງ 0 ສະຫາຍ.
    # ອົງການຈັດຕັ້ງມະຫາຊົນ: ຄະນະພັກ, ຄະນະອໍານວຍການພວກເຮົາໄດ້ເອົາໃຈໃສ່ຊີ້ນຳ-ນຳພາບັນດາອົງການຈັດຕັ້ງມະຫາຊົນມີການເອື້ອອຳນວຍຄວາມສະດວກຫຼາຍຢ່າງ ເພື່ອເຮັດໃຫ້ເຂົາເຈົ້າມີການເຄື່ອນໄຫວຕາມພາລະບົດບາດໜ້າທີ່ຂອງຕົນ, ມີການສ້າງຂະບວນການຕ່າງໆເປັນປົກກະຕິເຊັ່ນ:
  • ອົງການຈັດຕັ້ງຊາວໝຸ່ມ: ມີຄະນະບໍລິຫານງານຊາວໝຸ່ມ 5 ສະຫາຍ, ຍິງ 4 ສະຫາຍ ປະກອບມີສະມາຊິກທັງໝົດ 110 ສະຫາຍ, ຍິງ 77 ສະຫາຍ.
  • ອົງການຈັດຕັ້ງແມ່ຍິງ: ມີຄະນະບໍລິຫານງານ 4 ທ່ານ, ມີສະມາຊິກທັງໝົດ 109 ທ່ານ.
  • ອົງການຈັດຕັ້ງກໍາມະບານ: ມີຄະນະບໍລິຫານງານ 5 ສະຫາຍ, ຍິງ 3 ສະຫາຍ ແລະມີສະມາຊິກທັງໝົດ 233 ສະຫາຍ, ຍິງ 126 ສະຫາຍ.