ໃນ​ຕອນ​ບ່າຍ​ຂອງວັນ​ທີ 23 ກໍ​ລະ​ກົດ ປີ 2021 ທີ່​ຜ່ານ​ມາ, ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ​ອຸ​ດົມ​ໄຊ ໄດ້​ເປີດກອງ​ປະ​ຊຸມ​ເປີດ​ນຳ​ໃຊ້​ເວັບ​ໄຊ້ ພະ​ແນກ​ສາ​ທາ​ລະ​ນະ​ສຸກ​​ ທີ່​ຫ້ອງ​ປະ​ຊຸມພະ​ແນກ​ສາ​ທາ​ລະ​ນະ​ສຸກ ໃຫ້​ກ​ຽດ​ເປັນ​ປະ​ທານ​ຄັ້ງ​ນີ້ໂດຍ: ທ່ານ ຫຸມ​ພັນ ອິນ​ທະ​ມຸງ​ຄຸນ ຫົວ​ໜ້າ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ, ທ່ານ ນາງ ປິ່ນ​ຄຳ ອຸ່ນ​ລະ​ຄອນ ຮອງ​ຫົວ​ໜ້າ​ພະ​ແນກ​ ເຕັກ​ໂນ​ໂລ​ຊີ ແລະ ການ​ສື່​ສານ​ແຂວງອຸ​ດົມ​ໄຊ, ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 27 ທ່ານ, ຍິງ 10 ທ່ານ, ມີພະ​ນັກ​ງານ​ໃນຂະ​ແໜງ​ການຕ່າງໆພາຍ​ໃນ​ພະ​ແນກສາ​ທາ, ໂຮງ​ຮຽນ, ໂຮ​ງໝໍ ແລະ ແຂກ​ເຊີນ​ມາ​ຈາກ​ພາກ​ສ່ວນ​ອື່ນໆ ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ.

        ​ຈຸດ​ປະ​ສົງ​ຂອງກອງ​ປະ​ຊຸມ​ດັ່ງ​ກ່າວ​ແມ່ນ​ ກອງ​ປະ​ຊຸມ​​ພິ​ທີເປີດນຳ​ໃຊ້​ເວັບ​ໄຊ​ (sttp://odx-pho.gov.la) ​ເປັນ​ເວັບ​ໄຊ ຢ່າງ​ເປັນ​ທາງ​ການ ຂອງ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ​ ເພື່ອ​ກະ​ຈາຍ​ຂ່າວ​ສານ, ການ​ເຄື່ອນ​ໄຫວກິດ​ຈະ​ກຳ​ຕ່າງໆ​​ຂອງວຽກ​ງານ​ຂະ​ແໜງ​ການ​ສາ​ທາ​ລະ​ນະ​ສຸກເວົ້າ​ລວມ, ເວົ້າ​ສະ​ເພາະ​ແມ່ນ​​ແຂວງ​ອຸ​ດົມ​ໄຊ ໃຫ້​ສັງ​ຄົມ​ໄດ້​ຮັບ​ຮູ້​ຢ່າງ​ທົ່​ວ​ເຖີງ ແລະ​ທັນ​ເວ​ລາ. ໃນ​ກອງປະ​ຊຸມ​ດັ່ງ​ກ່າວ​ໄດ້​ຜ່ານ​ບົດ​ລາຍ​ງານ​ໂຄງ​ການ​ສ້າງ​ເວັບ​ໄຊ ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ​ອຸ​ດົມ​ໄຊ, ຜ່ານ​ຂໍ້​ຕົກ​ລົງ ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ຜູ້​ຮັບ​ຜິດ​ຊອບຄຸ້ມ​ຄອງ​ເວັບ​ໄຊ, ສາ​ທິດ​ໃຫ້​ເບິ່ງ​ໜ້າ​ຕ່າງ​ຂອງ​ເວັບ​ໄຊ ຫຼັງ​ຈາກນັ້ນກໍ​ໄດ້​ສະ​ເໜີ​ໃຫ້​ອົງ​ປະ​ຊຸມ​ໄດ້​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່ ເພື່ອ​ປັບ​ປຸງ​ແກ້​ໄຂ​ໃຫ້​ຖືກ​ຕ້ອງ, ສອດ​ຄ່ອງ​, ແທດ​ເໝາະກັບ​ສະ​ພາບ​ໂຕ​ຈິງ​ ແລະ ​ເປັນ​ເອ​ກະ​ພາບກັນທາງ​ດ້ານ​ໂຄງ​ສ້າງ, ເນື້ອ​ໃນ, ໜ້າ​ຕ່າງ, ສີ​ສັນ ແລະ ອື່ນ​ຂອງ​ເວັ​ບ​ໄຊ. ໂຄງ​ການນີ້​ແມ່ນໄດ້​ຮັບ​ທຶນ​ສະ​ໜັບ​ສະ​ໜູນ​ຈາກ: ໂຄງ​ການ ຜ-ບ​ສ​ພ. ແລະ ອອກ​ແບບ​ລະ​ບົບ​ໂດຍ:​ ທ່ານ ພູ​ຄຳ ມະ​ນີ​ວັນ ວິ​ຊາ​ການ​ຂະ​ແໜງ​ໄອ​ຊີ​ທີ ພະ​ແນກ​ເຕັກ​ໂນ​ໂລ​ຊີ ແລະ ການ​ສື່​ສານ​ແຂວງ, (​​ຜູ່​​ຮັບ​ຜິດ​ຊອບ​ໂຄງ​ການ ທ່ານ ຊາຍ​ພອນ ແກ້ວສຸ​ກະ​ເສີມ ຮອງ​ຂະ​ແໜງ​ແຜ​ນ​ການ ແລະ ການ​ຮ່ວມ​ມື ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ),

        ໃນຄະ​ນະ​ດຽວ​ກັນ​ນັ້ນ ທ່ານ ນາງ ປິ່ນ​ຄຳ ອຸ່ນ​ລະ​ຄອນ ຮອງ​ຫົວ​ໜ້າ​ພະ​ແນກ ເຕັກ​ໂນ​ໂລ​ຊີ ແລະການສື່​ສານແຂວງ ກໍ​ໄດ້​ມີ​ຄຳ​ເຫັນ​ຕໍ່​ກອງ​ປະ​ຊຸມ ເຊິ່ງ​ເພີ່ນ​ໄດ້​ຍົກ​ໃຫ້​ເຫັນ​ເຖີງ ບົດ​ບາດຄວາມ​ສ່ຳ​ຄັນຂອງເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ລະ​ບົບ​ສື່​ອອນ​ລາຍຕ່າງໆ ​ສາ​ມາດ​ໂຄ​ສະ​ນາ, ​ເຜີຍ​ແຜ່ຂໍ້​ມູນໄດ້​ຢ່າງສະ​ດວກ, ວ່ອງ​ໄວ, ກວ້າງ​ຂວາງ ແລະ ເພື່ອເປັນການຊຸກຍູ້, ສົ່ງເສີມ ການຫັນເປັນທັນສະໄໝ ລະບົບບໍລິການຂອງລັດດ້ວຍດີຕີຕອນ ແລະ ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າໃນການບໍລິຫານຈັດການວຽກງານໃນອົງການຈັດຕັ້ງພາກລັດ ເພື່ອຍົກລະດັບປະສິດທິພາບການບໍລິຫານຈັດການ ແລະ ການຄຸ້ມຄອງລັດ ໃຫ້ມີຄວາມສະດວກ, ວ່ອງໄວ, ປະຢັດ, ມີຄວາມປອດໄພ, ໂປ່ງໃສ. ເພື່ອກຽມຄວາມພ້ອມກ້າວໄປສູ່ການຫັນເປັນລັດຖະບານດີຈີຕອນ (ທັນສະໄໝ), ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ ແລະຫັນເຂົ້າສູ່ ອຸດສາຫະກຳ 4.0 ເທື່ອລະກ້າວ. ພ້ອມນັ້​ນ, ກໍ​ໄດ້​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ ​ນຳ​ໃຊ້​ເວ​ັບ​ໄຊ​ຂອງ​ຕົນ ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ສານ​ຕ່າງດ້ານ​ຂ​ະ​ແໜ​ງ​ການ​ສາ​ທາ​ລະ​ນະ​ສຸກ​ຢ່າງ​ມີ​ປະ​ສິດ​ທິ​ພາບ, ມີ​ປະ​ສິດ​ທິ​ຜົນ ແລະ​ມີ​ຄວາມ​ໜ້າ​ເຊື່ອ​ຖື ​ໃຫ້​ແກ່ສັ່ງໄດ້​ຮັບ​ຮູ້​ຢ່າງກວ້າງ​ຂວາງ.

        ໃນ​ຕອນ​ທ້າຍ​ຂອງກອງ​ປະ​ຊຸມ ທ່ານ ຫຸມ​ພັນ ອິນ​ທະ​ມຸງ​ຄຸນ ຫົວ​ໜ້າ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ ກໍ​ໄດ້​ມີ​ຄຳ​ຄິດ​ຄຳ​ເຫັນ​ເພື່ອ​ ແນ່​ໃສ່ເຮັດ​ໃຫ້​ເວັບ​ໄຊ​ຂອງ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ ເປັນ​ກະ​ບອກ​ສຽງ​ອັນ​ໃໝ່, ເປັນ​ກະ​ດານ​ຂ່າວ​ທີ່​ຄວາມ​ໜ້າ​ເຊື່ອ​ຖື ເພື່ອ​ກະ​ຈາຍ​ຂ່າວ​ໃນ​ຂົງ​ເຂດ​ຂອງ​ສະ​ທາ​ລະ​ນະ​ສຸກ​ແຂວງ​ອຸ​ດົມ​ໄຊ ໃຫ້​ສັງ​ຄົມ​ໄດ້​ຮັບ​ຮູ້​ຢ່າງກວ້າງ​ຂວາງນັ້ນ ​ເພີ່ນ​ໄດ້​ເນັ້ນ​ໜັກບ​າງດ້ານ​ດັ່ງ​ນີ້:

  1. ໃຫ້​ນັກ​ງານ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ໂຄ​ສະ​ນາ​ເຜີຍ​ແຜ່​ໃຫ້​ສັງ​ຄົມ​ໄດ້​ຮັບ​ຮູ້​ທີ່​ຢູ່​ຂອງ​ເວັບ​ໄຊ.
  2. ​ເອົາ​ໃຈ​ໃສ່ໂຄ​ສະ​ນາ​ເຊີນ​ຊວນ​ໃຫ້​ສັງ​ຄົມ​ເຂົ້າ​ມານຳ​ໃຊ້ ຫຼື ​ສຶ​ກ​ສາ​ຂໍ້​ມູນ​ທາງ​ດ້ານ​ຂະ​ແໜງ​ການ​ສາ​ທາ​ເປັນ​ຕົ້​ນ​ແມ່ນ​ຂໍ້​ມູນ​ດ້ານ​ໂຄວິດ, ຂໍ້​ມູນ​ການ​ໃຫ້​ວັກ​ຊິນ, ຂໍ້​ມູນ​ສຸກ​ຂະ​ສຶກ​ສາ ແລະ ອື່ນໆ.
  3. ຄະ​ນະ​ຮັບ​ຜິດ​ຊອບ​ທີ່​ຖືກ​ແຕ່ງ​ຕັ້​ງ​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່ປຶກ​ສາ​ຫາ​ລື​ໃນ ປັບ​ປຸງ​ທາງ​ດ້ານ​ໂຄງ​ສ້າງ, ປັບ​ປຸງ​ຂໍ້​ມູນ​​ສ່ວນ​ອື່ນໆ​ທີ່​ຍັງ​ບໍ່​ທັນ​ຄົບ​ຖ້ວນລົງ ແລະ ສະ​ໜອງ​ຂໍ້​ມູນ​ຂ່າວ​ສານຕ່າງໆ​ໃຫ້​ທັນ​ກັບ​ສະ​ພາບ​ການ ແລະເປັນ​ປົກ​ກະ​ຕິ.

ພ້ອມ​ກັນ​ນັ້​ນ, ກໍ​ໄດ້​ກ່າວ​ເປີດ​ນຳ​ໃຊ້​ເວັບ​ໄຊ ຂອງ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ຢ່າງ​ເປັນ​ທາງ​ການ ແລະ ປິດກອງ​ປະ​ຊຸມ.