ໃນຕອນເຊົ້າຂອງວັນທີ 20 ກັນຍາ 2021 ທີ່ຜ່ານມາພິທິຝຶກອົບຮົມການນຳໃຊ້ ຄູ່ມືປະເມີນຄຸນນະພາບການບໍລິການຢູ່ໂຮງໝໍນ້ອຍ ໃຫ້ແກ່ຂັ້ນທ້ອງຖິ່ນ ໄດ້ເປີດຂື້ນຢ່າງເປັນທາງການ ທີ່ຫ້ອງປະຊຸມ ພະແນກສາທາລະນາສຸກແຂວງອຸດົມໄຊ ໂດຍການເປັນປະທານຂອງ ທ່ານ ດຣ ຄຳວິງ ຮຸ່ງດາລາ ຮອງຫົວໜ້າພະແນກສາທາລະນະສຸກແຂວງອຸດົມໄຊ ມີທິມງານຄູຝຶກມາຈາກກົມປິ່ນປົວ, ກົມການສຶກສາ ສາທາລະນາສຸກ ຂອງກະຊວງສາທາ 8 ທ່ານ, ຍິງ 5 ທ່ານ ແລະ ມີນັກວິຊາການຈາກຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ 25 ທ່ານ, ຍິງ 17 ທ່ານ.

          ພິທີຝຶກອົບຮົມດັ່ງກ່າວໄດ້ດຳເນີນໄປເປັນເວລາ 5 ວັນ ເຊິ່ງປະກອບມີເນື້ອໃນທັງໝົດ 3 ພາກທິດສະດີ ແລະ ປະຕິບັດດັ່ງລຸ່ມນີ້:

  1. ການປະເມີນຄຸນນະພາບດ້ານພື້ນຖານໂຄງລ່າງ
  2. ການປະເມີນຄຸນນະພາບດ້ານການຈັດຕັ້ງປະຕິບັດ
  3. ການປະເມີນຄຸນນະພາບດ້ານການບໍລິການ
  4. ແມ່ນພາກທົດລອງປະຕິບັດ


ການຝຶກອົບຮົມໃນຄັ້ງນີ້ແມ່ນໄດ້ແບ່ງເປັນກຸ່ມ 4 ກຸ່ມ ແລະ ແບ່ງຫົວຂໍ້ໃຫ້ແຕ່ລະກຸ່ມໄດ້ຄົ້ນຄວ້າປຶກສາຫາລືກັນພາຍໃນ ຫຼັງຈາກນັ້ນໃຫ້ຕາງໜ້າກຸ່ມ 1 ຄົນ ຂື້ນອະທິດບາຍແນະນຳເນື້ອໃນຕາມຫົວຂໍ້ທີ່ກຸ່ມຕົນເອງໄດ້ຮັບຜິດຊອບໃຫ້ແກ່ກຸ່ມອື່ນໆໄດ້ຮັບຮູ້ ແລະ ເຂົ້າໃຈ ພ້ອມນັ້ນ, ກໍໄດ້ມີຄຳຖາມ, ຄຳຄິດຄຳເຫັນກົງໄປກົງມາ ແລະ ຂັ້ນກະຊວງກໍໄດ້ອະທິບາຍ ແກ້ຂໍ້ຂ້ອງໃຈເຂົ້າໃຈໃຫ້ແກ່ນັກວິທະຍາກອນ ໃຫ້ແຈ້ງຕໍ່ເນື້ອໃນ, ວິທີການຈັດຕັ້ງປະຕິບັດ ແລະ ສາມາດນຳໄປຈັດຕັ້້ງປະຕິບັດໃຫ້ໄດ້ຮັບຜົນຕາມຄາດໝາຍ. ພ້ອມນັ້ນ; ທາງກະຊວງກໍໄດ້ມອບອຸປະກອນ (Tablet) ທີ່ຈຳເປັນໃນການຮັບໃຊ້ໃຫ້ແກ່ການປະເມີນໃຫ້ແກ່ຂັ້ນເມືອງຈຳນວນທັງໝົດ 14 ເຄື່ອງເມືອງລະ 2 ເຄື່ອງ.

ໃນຕອນທ້າຍຂອງການຝຶກອົບຮົມທ່ານປະທານກໍໄດ້ສະແດງຄວາມຂອບອົກຂອບໃຈຢ່າງສູງຕໍ່ທີມງານກະຊວງ ທີ່ໃຫ້ຄວາມໃກ້ຊິດຕິດແທດ ກໍຄືສ້າງຄວາມເຂັ້ມແຂງໃຫ້ແກ່ຂັ້ນທ້ອງຖິ່ນ ໂດຍສະເພາະແມ່ນການຝຶກອົບຮົມການປະເມີນ ໃນຄັ້ງນີ້ແມ່ນໄດ້ພັດທະນາເປັນຮູບແບບໃໝ່ໃຫ້ສະດວກ, ມີຄວາມຖືກຕ້ອງ ແລະ ຊັດເຈນກວ່າເກົ່າ. ພ້ອມນັ້ນ; ກໍໄດ້ເນັ້ນໜັກໃຫ້ແກ່ນັກສຳມະນາກອນໃຫ້ເອົາໃຈສືບຕໍ່ນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນທີ່ດີ, ສະຫຼຸບລາຍງານຜົນການຝຶກອົບຮົມໃຫ້ແກ່ການຈັດຕັ້ງຂອງຕົນຮັບຊາບ ແລະ ໃຫ້ມີ​ສະ​ຕິ, ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ​ໃນ​ການ​ນຳ​ໃຊ້ອຸ​ປະ​ກອນທີ່​ກະ​ຊວງມອບ​ໃຫ້.