ຕອນ​ແລງຂອງ ວັນ​ທີ 9 ສິງ​ຫາ 2021 ຊາວ​ໜຸ່ມ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ໄດ້ ອອກ​ແຮງ​ງານ​ລວມ​ຕາມ​ການ​ແຈ້ງ​ຂອງ​ຊາວ​ໜຸ່ມ​ແຂວງ ​ໃຫ້ອາ​ນາ​ໄມໜ້າ​ວຽກ​ຫຼັ້ກໆ​ມີ​ຄື: ຕັດຫຍ້າ, ເກັບ​ຂີ້​ເຫຍື້ອ, ໃຫ້​ອາ​ນະ​ໄມ, ພູນ​ດິນ​ຕົ້​ນ​ໄມ ແລະ ອື່​ນໆ…ໃນຂອບ​ເຂດທີ່​ຕົນ​ເອ​ງ​ຮັບ​ຜິດ​ຊອບທີ່​ສະ​ໜາມ​ກິ​ລາ​ແຂວງ ໂດຍ​ການ​ນຳ​ພາ​ຂອງ​ຮອງ​ເລ​ຂາ​ຊາວ​ໜຸ່ມ ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ ​ການ​ສ້າງ​ຂະ​ບວນ​ການ​ອອກ​ແຮງ​ງານ​ລວມ​ດັ່ງ​ກ່າວ ສະ​ມາ​ຊິກ​ຊາວ​ໜຸ່ມ​ແຕ່​ລະ​ທ່ານ​ກໍ​ໄດ້​ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ປະ​ຕິ​ບັດໜ້​າ​ວຽກ​ດ້ວຍ​ຄວາມ​ຫ້າວ​ຫັນ ແລະ ເຮັດ​ສຳ​ເລັດ​ຕາມ​ການມອບ​ໝາຍ​ດ້ວຍ​ດີ.