ໃນຕອນເຊົ້າຂອງວັນອັງຄານ ເວລາ 8:30 ວັນທີ 3 ສິງຫາ 2021 ພະແນກສາທາລະນະສຸກໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມເອກະສານ ຈຳນວນ 05 ສະບັບ ໃຫ້ແກ່ພະນັກງານ-ລັດຖະກອນ ໃນຂົງເຂດສາທາລະນະສຸກແຂວງ ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ, ໂດຍການເປັນປະທານຂອງ ທ່ານ ຫຸມພັນ ອິນທະມຸງຄຸນ ກຳມະການພັກແຂວງ, ເລຂາພັກຮາກຖານ, ຫົວໜ້າພະແນກສາທາລະນະສຸກແຂວງ, ເຂົ້າຮ່ວມມີຮອງຫົວໜ້າພະແນກ, ຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງ, ພະນັກງານລັດຖະກອນພະແນກສາທາ, ໂຮງຮຽນ, ໂຮງໝໍ ທັງໝົດ 60 ສະຫາຍ, ຍິງ 26 ສະຫາຍ, ໃນນັ້ນມີສະມາຊິກພັກຈຳນວນ 44 ສະຫາຍ, ຍິງ 19 ສະຫາຍ.
ເພື່ອເຜີຍແຜ່, ເຊື່ອມຊຶມເອກະສານສຳຄັນຕ່າງໆ ໃຫ້ແກ່ສະມະຊິກພັກ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານລັດຖະກອນ ໃນຂົງເຂດສາທາລະນະລະສຸກແຂວງອຸດົມໄຊ ໃຫ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິງ ພ້ອມທັງນຳເອົາເນື້ອໃນຈິດໃຈຂອງກອງປະຊຸມດັ່ງກ່າວ ໄປສືບຕໍ່ຜັນຂະຫຍາຍ ແລະຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ, ປະກອບມີເນື້ອໃນເອກະສານດັ່ງນີ້:
- ເອກະສານ ວັນສ້າງຕັ້ງພັກກອມມູນິດອິນດູຈີນ ຄົບຮອບ 100 ປີ (01 ກໍລະກົດ 1921-01 ກໍລະກົດ 2021);
- ເອກະສານ ວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 112 ປີ (13 ກໍລະກົດ 1909-13 ກໍລະກົດ 2021);
- ເອກະສານ ແຈ້ງການແນະນຳຂອງກອງບັນຊາການ ປກສ ແຂວງ ເລກທີ 2565/ປກສ.ອຊ ລົງວັນທີ 21 ພຶດສະພາ 2021 ເລື່ອງ: ການຂື້ນທະບຽນຊີວະປະຫວັດຂອງພະນັກງານ-ລັດຖະກອນ, ພະນັກງານອາສາສະໝັກທົ່ວແຂວງອຸດົມໄຊ;
- ເອກະສານ ແຈ້ງການຂອງລັດຖະມົນຕີ ກະຊວງສາທາລະນະສຸກ ເລກທີ 2062/ສທ ລົງວັນທີ 06 ກໍລະກົດ 2021 ເລື່ອງ: ການດັດແກ້ຊັ້ນ-ຂັ້ນເງິນເດືອນ ຕາມດຳລັດວ່າດ້ວຍລັດຖະກອນແພດ;
- ເອກະສານ ແຈ້ງການຂອງກະຊວງພາຍໃນ ສະບັບເລກທີ 62/ພນ ລົງວັນທີ 11 ມິຖຸນາ 2014 ເລື່ອງ: ການຄຸ້ມຄອງພະນັກງານ-ລັດຖະກອນຕາມຂະແໜງການຢູ່ທ້ອງຖິ່ນ ທີ່ຕິດພັນກັບນະໂຍບາຍ 03 ສ້າງ.
ໂອກາດດັ່ງກ່າວ, ທ່ານ ຫຸມພັນ ອິນທະມຸງຄຸນ ຫົວໜ້າ ພະແນກສາທາລະນະສຸກແຂວງ ກໍໄດ້ມີບາງຄຳເຫັນໂອ້ລົມຕໍ່ກອງປະຊຸມໂດຍສະເພາະແມ່ນ ໃຫ້ເອົາໃຈໃສ່ຕິດຕາມຮັບຟັງໃນການເຜີຍແຜ່ເອກະສານຕ່າງໆ, ພ້ອມທັງແລກປ່ຽນຄຳຄິດຄຳເຫັນ ເພື່ອໃຫ້ເຂົ້າໃຈແຈ້ງ, ສາມາດນຳເອົາໄປຈັດຕັ້ງປະຕິບັດ ແລະສືບຕໍ່ຜັນຂະຫຍາຍໃຫ້ໄດ້ດີ. ພ້ອມນັ້ນ; ກໍຍັງໄດ້ໃຫ້ເອົາໃຈໃສ່ສຶກສາຄືນຕື່ມບາງເອກະສານທີ່ກ່ຽວພັນເປັນຕົ້ນແມ່ນ ກົດໝາຍ ວ່າດ້ວຍລັດຖະກອນ, ດຳລັດ ວ່າດ້ວຍລັດຖະກອນແພດ ແລະ ອື່ນໆ..