ໃນຕອນເຊົ້າເວລາ 8:00 ໂມງ ຂອງວັນທີ 5 ສິງຫາ 2021 ທີ່ຫ້ອງປະຊຸມຫ້ອງການສາທາລະນະສຸກເມືອງຫຼາ ໄດ້ຈັດກອງປະຊຸມ-ອົບຮົມ ການຄຸ້ມຄອງບໍລິຫານວຽກງານສາທາລະນະສຸກ ໃຫ້ພະນັກງານວິຊາການຂັ້ນເມືອງ ແລະ ໂຮງໝໍນ້ອຍ 6 ແຫ່ງ ພາຍໃຕ້ການເປັນປະທານຊີ້ນຳຂອງທ່ານ ດຣ ຄຳຫຼ້າ ສຸທິເດດ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ, ໃຫ້ກຽດເປັນປະທານຮ່ວມກອງປະຊຸມ-ອົບຮົມໂດຍທ່ານ ດຣ ຈື່ວ່າ ຊາວເຊັງ ກຳມະການພັກເມືອງ ເລຂາພັກຮາກຖານ ຫົວໜ້າຫ້ອງການສາທາລະນະສຸກເມືອງ ມີນັກສຳມະນາກອນເຂົ້າຮ່ວມທັງໝົດ 35 ທ່ານ, ຍິງ 18 ທ່ານ (ຈາກຫ້ອງການສາທາລະນະສຸກເມືອງ 20 ທ່ານ, ໂຮງໝໍຊຸມຊົນເມືອງ 3 ທ່ານ, ໂຮງໝໍນ້ອຍ 6 ແຫ່ງ 12ທ່ານ).

          ຫົວຂໍ້ທີໄດ້ນຳສະເໜີ ແລະ ສົນທະນາໃນກອງປະຊຸມ-ອົບຄັ້ງນີ້ປະກອບມີ:

  1. ວຽກງານການຄຸ້ມຄອງ ແລະ ການນໍາໃຊ້ລະບົບ DHIS2:
  2. ສະພາບລວມຂອງລະບົບ DHIS2-ພະນັກງານຮັບຜິດຊອບຂັ້ນເມືອງ ແລະ ໂຮງໝໍນ້ອຍ;
  3. ຂັ້ນຕອນການເຂົ້າ, ປ້ອນຂໍ້ມູນໃນລະບົບ DHIS2 (ການປ້ອນຂໍ້ມູນລາຍເດືອນ, ລາຍບຸກຄົນ);
  4. ຂັ້ນຕອນການເຂົ້າຫາຂໍ້ມູນເພື່ອນຳມາລາຍງານ ແບບຕາຕະລາງ ແລະ ແບບເປັນຮູບກຼາບ;
  5. ຂັ້ນຕອນການຕິດຕາມອັດຕາການລາຍງານຂໍ້ມູນແບບມາດຕະຖານ.
  6. ວຽກງານບໍລິຫານ-ຈັດຕັ້ງພະນັກງານ:
  7. ຫຼັກການຄຸ້ມຄອງບໍລິຫານວຽກງານສາທາລະນະສຸກທີດີ;
  8. ວຽກງານເລຂານຸການ-ການຄຸ້ມຄອງ ແລະການເກັບມ້ຽນເອກະສານທາງການ;
  9. ຮ່າງເອກະສານທາງການສະບັບປັບປຸງ;
  10. ຂັ້ນຕອນການປະກອບເອກະສານຍົກລະດັບຽຮຽນຕໍ່;
  11. ຂັ້ນຕອນການປະກອບເອກະສານເລື່ອນຊັ້ນຂັ້ນເງິນເດືອນຮອບປົກກະຕິ, ການປະກອບເອກະສານດັດແກ້ຕາມໃບປະກາຊະນິຍະບັດ;
  12. ຂັ້ນຕອນການປະກອບເອກະສານຍົກຍ້າຍ.
  13. ວຽກງານແຜນການ ການເງິນ:
  14. ຊີ້ແຈ້ງແຜນດັດແກ້ລາຍຈ່າຍງົບປະມານລັດ 6 ເດືອນທ້າຍປີ 2021;
  15. ທົບທວນຄືນການນຳໃຊ້ ແລະ ການຄຸ້ມຄອງລະບົບການເງິນຂັ້ນໂຮງໝໍນ້ອຍ;
  16. ວິທີການສ້າງແຜນ (ຂັ້ນຕອນການຂຽນແຜນກິດຈະກຳ ແລະ ງົບປະມານ).
  17. ວຽກງານອະນາໄມ-ສົ່ງເສີມສຸຂະພາບ ແລະ ປ້ອງກັນພະຍາດ:
  18. ຂັ້ນຕອນການຈັດຕັ້ງປະຕິບັດວຽກງານການບໍລິການເຄື່ອນທີ່ແບບເຊື່ອມສານ;
  19. ການເຝົ້າລະວັງ ແລະ ລາຍງານໝວດອາການພະຍາດລະບາດປະຈຳວັນ-ອາທິດ (ໂຄວິດ-19);
  20. ສະເໜີແຜນຈຸລະພາກກະກຽມສັກຢາປ້ອງກັນພະຍາດໂຄວິດ-19 ຮອບທີ4 (Joneson)

ໃນຕອນທ້າຍຂອງຊຸດອົບຮົມ ຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ດຣ ຈື່ວ່າ ຊາວເຊັງ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ ເຊີ່ງທ່ານໄດ້ເນັ້ນໃຫ້ພະນັກງານສາທາລະນະສຸກແຕ່ຂັ້ນເມືອງ ຮອດຂັ້ນໂຮງໝໍນ້ອຍ ຕ້ອງໄດ້ຝຶກຝົນຫຼໍ່ຫຼອມຕົນເອງຢ່າງຕັ້ງໜ້າທາງດ້ານການເມືອງນໍາພາແນວຄິດຢ່າງຮອບດ້ານ, ພ້ອມການຈັດຕັ້ງປະຕິບັດໜ້າທີ່ວຽກງານ ທີ່ຂັ້ນເທິງໄດ້ມອບໝາຍ ໃຫ້ປະສົບຜົນສຳເລັດດ້ວຍປະລິມານ ແລະ ຄຸນນະພາບ ການພັດທະນາຕາມເນື້ອໃນ 5 ປະຕິຮູບບຸລິມະສິດ, ຕາມ 8 ແຜນງານ 49 ແຜນງານຍ່ອຍ ແລະ 133 ໂຄງການ ຂອງກະຊວງສາທາລະນະສຸກ ເພື່ອບັນລຸຄາດໝາຍ 11 ຕົວຊີ້ບອກທີ່ສະພາຮັບຮອງ.