ໃນທ້າຍເດືອນກັນຍາ ເຖີງ ຕົ້ນກາງເດືອນຕຸລາ ທີ່ຜ່ານມາ ທີມງານຂະໜງອາຫານ ແລະຢາແຂວງ ລົງຕິດຕາມ, ຊຸກຍູ້ ການ​ປ້ອນ​ຂໍ້ມູນຢາ-ອຸປະກອນ​ການ​ແພດ ທີ່​ຈຳເປັນພື້ນຖານ ​ເຂົ້າ​ລະບົບ DHIS2, ຢາ-ອຸປະກອນ​ການ​ແພດຂອງກອງທືນຢາ ເຂົ້າໂປຼແກມ mSupply, ໂປຼແກມExcel Sheeth ແລະ ເຊື່ອມສານກັບວຽກງານອາຫານ ແລະຢາອື່ນໆທີ່ກ່ຽວຂ້ອງ ຢູ່ໂຮງໝໍຊຸມຊົນເມືອງ ແລະໂຮງໝໍນ້ອຍບາງແຫ່ງ ຂອງໂຄງການ HANSA ການເຂົ້າເຖິງການບໍລິການສາ ທາລະນະສຸກ ແລະໂພຊະນາການ ຢູ່ແຂວງອຸດົມໄຊ, ປະກອບມີ 7 ເມືອງຄື: ເມືອງ ໄຊ(ໜ່ວຍງານອາຫານ ແລະຢາເມືອງ ແລະໂຮງໝໍນ້ອຍຫົວນ້ຳງາ), ເມືອງຫຼາ(ໜ່ວຍງານອາຫານ ແລະຢາເມືອງ, ໂຮງໝໍຊຸມຊົນເມືອງ ແລະໂຮງໝໍນ້ອຍ ສົບຈ່າຍ), ເມືອງ ນາໝໍ້(ໜ່ວຍງານອາຫານ ແລະຢາເມືອງ, ໂຮງໝໍຊຸມຊົນເມືອງ ແລະໂຮງໝໍນ້ອຍ ນາຂາມ), ເມືອງ ງາ(ໜ່ວຍງານອາຫານ ແລະຢາເມືອງ, ໂຮງໝໍຊຸມຊົນເມືອງ ແລະໂຮງໝໍນ້ອຍບ້ານແກ່ວ), ເມືອງແບງ(ໜ່ວຍງານອາຫານແລະຢາເມືອງ ໂຮງໜໍຊຸມຊົນເມືອງ ແລະໂຮງໝໍນ້ອຍ ບ້ານຂ້ອນ), ເມືອງຮູນ(ໜ່ວຍງານອາຫານ ແລະຢາເມືອງ, ໂຮງໜໍຊຸມຊົນເມືອງ ແລະໂຮງໝໍນ້ອຍໂພນໄຊ) ແລະເມືອງ ປາກແບງ(ໜ່ວຍງານອາຫານ ແລະຢາເມືອງ ແລະໂຮງໝໍຊຸມຊົນເມືອງ).

        ໜ້າວຽກ ທີ່ຈະລົງຕິດຕາມ, ຊຸກຍູ້ ຂອງທີມງານໃນຄັ້ງນີ້ ປະກອບມີດັ່ງລູ້ມນິ້:

  1. ຕິດຕາມ, ຊຸກຍູ້ ການປ້ອນ​ຂໍ້​ມູນ​ຢາ-ອຸ​ປະ​ກອນ​ການ​ແພ​ດ​ ຢາກອງທືນ ເຂົ້າໂປຼແກມ Exel Sheeth ແລະການດືງຂໍ້ມູນ ໃນເຂົ້າໂປຼແກມ Exel Sheeth ອອກມາເຮັດບົດລາຍງານປະຈຳເດືອນ ຂອງ​ພະ​ນັກ​ງານ​ຂັ້ນເມືອງ ແລະ ໂຮງ​ໝໍ​ນ້ອຍ.

2. ຕິດຕາມ, ຊຸກຍູ້ ການປ້ອນ​ຂໍ້​ມູນ​ຢາ-ອຸ​ປະ​ກອນ​ການ​ແພ​ດ​ ຢາກອງທືນ ເຂົ້າໂປຼແກມ Exel Sheeth ແລະ ການດືງຂໍ້ມູນ ໃນເຂົ້າໂປຼແກມ mSpply ອອກມາເຮັດບົດລາຍງານປະຈຳເດືອນ ຂອງ​ພະ​ນັກ​ງານ​ຂັ້ນເມືອງ ແລະ ໂຮງ​ໝໍ​ນ້ອຍ.

3. ຕິດຕາມ, ຊຸກຍູ້ ການປ້ອນ​ຂໍ້​ມູນ​ຢາ-ອຸ​ປະ​ກອນ​ການ​ແພ​ດ​ ຈຳ​ນວນ 48 ລ​າຍ​ການ ລະ​ບົບ DHIS2 ປະຈຳເດືອນ ແລະ ການດືງຂໍ້ມູນ ໃນ​ລະ​ບົບ DHIS2 ອອກມາເຮັດບົດລາຍງານປະຈຳເດືອນ ຂອງ​ພະ​ນັກ​ງານ​ຂັ້ນ​ເມືອງ ແລະ ໂຮງ​ໝໍ​ນ້ອຍ.

4. ຕິດຕາມ, ຊຸກຍູ້ ການຈັດຊື້, ການສະໜອງຢາ-ອຸປະກອນການແພດ ແລະການປະຕິບັດສັນຍາ ຂອງກະຊວງສາທາລະນະສຸກ ໄດ້ເຊັນສັນຍາ ກັບບໍລິສັດ ຊະນະການປະມູນ ປີຈຳປີ 2021.

5. ຕິດຕາມ, ຊຸກຍູ້, ປະເມີນການນຳໃຊ້ຢາຂື້ນທະບຽນ ຂອງໂຮງໜໍຂອງລັດ.

6. ຕິດຕາມ, ຊຸກຍູ້, ປະເມີນການຄູ້ມຄອງສາງ ແລະ ການເກັບຮັກສາ ຢາ-ອຸປະກອນການແພດທີ່ດີ ຂອງໂຮງໜໍຂອງລັດ.

7. ຕິດຕາມ, ຊຸກຍູ້, ປະເມີນການນຳໃຊ້ ຢາ-ອຸປະກອນການແພດ ຢ່າງສົມເຫດສົມຜົນ.

8. ປະເມີນການປີ່ນປົວ ເດັກນ້ອຍ ລູ່ມ 5 ປີ, 3 ພະຍາດຕົ້ນຕໍ ເຊັນ: ຖອກທ້ອງທຳມະດາ, ອັກເສບປອດນ້ອຍ  -ປານກາງ ແລະໄຂ້ຫວັດທຳມະດາ ຕາມປື້ມຄູ່ມື ການປີ່ນປົວເອກະພາບ ແຫ່ງຊາດແນະນຳ.