ໃນຕອນເຊົ້າເວລາ 8:00 ນາທີ ຂອງວັນທີ 20 ຕຸລາ ປີ 2021 ນີ້, ກຳມະບານຮາກຖານ ພະແນກສາທາລະນະສຸກແຂວງອຸດົມໄຊ ໄດ້ຈັດພິທີ ສະຫຼູບຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2021 ແລະວາງທິດທາງແຜນການແຂ່ງ ຂັນ 5 ເປັນເຈົ້າ ປີ 2022 ທີ່ຫ້ອງປະຊຸມ ພະແນກສາທາລະນະສຸກແຂວງອຸົດົມໄຊ ໃຫ້ກຽດເປັນປະທານ ກອງປະຊຸມ ຄັ້ງນີ້ ໂດຍ: ທ່ານ ບຸນຊູ ວິໄລສຸກ ປະທານກຳມະບານຮາກຖານ ພະແນກສາທາລະນະສຸກແຂວງ, ໂດຍເປັນປະທານຮ່ວມທ່ານ ໄຊພອນ ຖົມປະດິດ ປະທານສະຫະພັນກຳມະບານແຂວງ ແລະ ທ່ານ ດຣ ຄຳວິງ ຫົງດາລາ ຄະນະພັກ, ຄະນະພະແນກສາທາລະນະສຸກແຂວງ, ມີຜູ້ເຂົ້າຮ່ວມທັງຫມົດ 43 ທ່ານ/ຍິງ 15 ທ່ານ(ມີພະນັກງານ ໃນພະແນກສາທາ, ໂຮງຮຽນ, ໂຮງໝໍ ແລະແຂກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ).
ຈຸດປະສົງຂອງການດຳເນີນກອງປະຊຸມ ຄັ້ງນີ້, ເພື່່ອສະຫຼູບຂະບວນການບັ້ນແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2021 ທີ່ຜ່ານມາ ແລະ ວາງທິດທາງແຜນການ ບັ້ນແຂ່ງຂັນ 5 ເປັນເຈົ້າ ປີ 2022.
ການດຳເນີນກອງປະຊຸມ ສະຫຼູບຂະບວນການບັ້ນແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2021 ຊື່ງມີລາຍລະອຽດດັ່ງນີ້໊:
1. ຜ່ານຂໍ້ຕົກລົງ ວ່າດ້ວຍອານຸມັດຈັດພິທີ ສະຫຼຸບ 5 ເປັນເຈົ້າ.
2. ຜ່ານບົດສະຫຼຸບຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2021 ແລະ ວາງທິດທາງແຜນການແຂ່ງຂັນ 5
ເປັນເຈົ້າ ປະຈຳປີ 2022.
3. ຜ່ານຂໍ້ຕົກລົງ ວ່າດ້ວຍການອານຸມັດ ມອບໃບຢັ້ງຢືນ 5 ເປັນເຈົ້າ ປະຈຳປີ 2021.
4. ປະທານສະຫະພັນກຳມະບານແຂວງ ໃຫ້ກຽດຂື້ນມອບໃບຢັ້ງຢືນ 5 ເປັນເຈົ້າ ປະຈຳປີ 2021.
5. ຜ່ານມະຕິແຕ່ງຕັ້ງຄະນະຮັບຜິດຊອບ ຂະບວນການແຂງຂັນ 5 ເປັນເຈົ້າ
6. ຕາງໜ້າຄະນະກຳມະບານຮາກຖານ ພະແນກສາທາລະນະສຸກແຂວງ ຂື້ນຮັບຄໍາໂອ້ວາດ.
7. ຄະນະກໍາມະບານຮາກຖານ ພ້ອມດ້ວຍຫົວໜ້າໜ່ວຍກໍາມະບານ ຂື້ນຈັບມືກັນແຂ່ງຂັນ 5 ເປັນເຈົ້າ
ປະຈຳປີ 2022
ໃນຄະນະດຽວກັນ, ທ່ານ ດຣ ຄຳວີງ ຮົ່ງດາລາ ຄະນະພັກ, ຄະນະພະແນກສາທາລະນະສຸກແຂວງ ກໍໄດ້ມີຄຳເຫັນໂອລົມ ຕໍ່ສະມາຊິກກຳມະບານຮາກຖານພະແນກສາທາລະນະສຸກ ຊືງເພີ່ນໄດ້ເໜັ້ນໜັກບາງດ້ານຄື: ໃຫ້ເອົາໃຈໃສ່ ໃນການປີ່ນປົວ ແລະເຮັດການປ້ອງກັນພະຍາດ-19 ໃຫ້ຜ່ານພົນໄປດ້ອຍດີ, ຮຳຮຽນ, ເຊື່ອມຊືມເອກະສານການ ເມືອງ, ລະບຽບ ແລະກົດໜາຍຕ່າງໆ ແລະປະຕິບັດກົດໝາຍ ຂອງກຳມະບານລາວ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ໄຊພອນ ຖົມປະດິດ ປະທ່ານສະຫະພັນກຳມະບານແຂວງ ກໍໄດ້ມີຄໍາຄິດຄໍາ ເຫັນ ເພື່ອແນ່ໃສ່ເຮັດໃຫ້ແຜນການຂະບວນການແຂ່ງຂັນ 5 ເປັນເຈົ້າ ປີ 2022 ຂອງກຳມະບານຮາກຖານ ພະແນກສາ ທາລະນະສຸກແຂວງ ປະກົດຜົນເປັນຈີງ ເພິ່ນໄດ້ເໜັ້ນໜັກບາງດ້ານ ເຊັນ: ໃຫ້ຄະນະກຳມະບານຮາກຖານພະແນກສາທາ ລະນະສຸກແຂວງ, ປັບປຸງເນື້ອໃນແຜນການຂະບວນການແຂ່ງຂັນ 5 ເປັນເຈົ້າ ປີ 2022 ຄືນໃໝ່ບາງດ້ານເຊັນ: ທິດ ທາງລວມ ແລະບາງຕົວເລກຄາດໝາຍສູ້ຊົນ, ໃຫ້ເອົາໃຈໃສ່ ສ້າງຄວາມສາມັກຄີພາຍໃນ,ຮຳຮຽນເອກະສານການເມືອງ ປະຕິບັດລະບຽບ, ກົດໜາຍຕ່າງໆ ແລະກົດໝາຍຂອງກຳມະບານລາວ ເພື່ອພັດທະນາຕົນເອງແລະພັະທະນາການຈັດ ຕັ້ງປົກປ້ອງສິດຜົນປະໂຫຍດ ຂອງກຳມະບານ ແລະປະຕິບັດວຽກງານວິຊາສະເພາະແບບປະດິດສ້າງ ເພື່ອໃຫ້ບັນລຸຈຸດ ປະສົງ ແລະເປົ້າໝາຍ ທີ່ໄດ້ກຳນົດໄວ້.