ໃນວັນທີ 22-28 ພະຈິກ 2021 ທີ່ຜ່ານມາ ທີມງານພະແນກສາທາລະນະສຸກແຂວງ ລົງຊ່ວຍເມືອງ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານສາທາລະນະສຸກຮອບດ້ານປະຈຳປີ 2021 ເພື່ອລົງຊ່ວຍຂັ້ນເມືອງ ໃນການວາງແຜນແກ້ໄຂບັນຫາ ດ້ານວຽກງານສາທາລະນະສຸກຮອບດ້ານ, ວຽກງານແມ່ແລະເດັກ ທີ່ຍັງຄ້າງຄາບໍ່ບັນລຸຕາມເປົ້າໝາຍ 11 ຕົວ ຊີ້ບອກ ແລະ 12 ຕົວຊີ້ບອກ(DLI) ຂອງໂຄງການ HANSA, ສ້າງຄວາມເຂັ້ມແຂງ ດ້ານວິຊາການ ໃຫ້ພະນັກງານຂັ້ນ ເມືອງ, ມີຄວາມສາມາດຈັດຕັ້ງປະຕິບັດ ວຽກງານ ເຊື່ອມສານແບບຄົບຊຸດ ບ້ານເຂດ 2,3. ໃນຕໍ່ໜ້າ, ສຸມໃສ່ ວຽກງານເຊື່ອມສານ ບໍລິການສຸຂະພາບຊຸມຊົນແບບຄົບຊຸດ, ບວກກັບຂະບວນການ ໃຫ້ວັກຊິນເດັກອຸຍຸລຸ່ມ 1 ປີ ແລະ ການໃຫ້ວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ບັນລຸຕາມເປົ້າໝາຍ 50% ຂອງກຸ່ມເປົ້າໝາຍທັງໝົດ.
ໜ້າວຽກ ຂອງທີມງານລົງຊ່ວຍເມືອງ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງາສາທາລະນະສຸກ ຮອບດ້ານ ປະຈຳປີ 2021 ຄັ້ງນີ້ ປະກອບມີດັ່ງລູ້ມນິ້:
1. ເຂົ້າພົບທ່ານຫົວໜ້າຫ້ອງການສາທາເມືອງ, ແຈ້ງຈຸດປະສົ່ງ ຂອງການລົງຊ່ວຍເມືອງ ແລະແຈ້ງບັນດາ 9 ໜ້າວຽກທີ່ຈະໄດ້ຕິດຕາມ, ຊຸກຍູ້ ໃນຄັ້ງນີ້ ໃຫ້ທ່ານຫົວໜ້າຫ້ອງການສາທາລະນະສຸກຮັບຊາບ.
2. ເປິດກອງປະຊຸມຮ່ວມຫົວໜ້າ, ຄະນະຫ້ອງການສາທາລະນະສຸກເມືອງ, ໜ່ວຍງານບໍລິຫານ ແລະ ໜ່ວຍສົ່ງເສີມສຸຂະພາບ ເພື່ອຮັບຟັງການລາຍງານ ການຈັດຕັ້ງປະຕິບັດວຽກງານ 11 ຕົວຊີ້ບອກ 10 ເດືອນທີ່ຜ່ານມາ, ວຽກງານການສັກຢາກັນພະຍາດໂຄວິດ-19 ໃນໄລຍະຜ່ານມາ ແລະວຽກງານການການເຊື່ອມສານແມ່ແລະເດັກ ແລະໂພສະນາການ.
3. ຮ່ວມກັບທີມງານເມືອງ ວາງແຜນການເຄື່ອນໄຫວ ສັກປ້ອງກັນພະຍາດໂຄວິດ-19 ຕະລູມບບອນ ແລະວຽກງານເຊື່ອມສານແບບຄົບຊຸດ ຢູ່ບ້ານ ລາວຫວ່າງ ຂື້ນກັບເຂດໂຮງໝໍນ້ອຍອາໂນ ແລະ ບ້ານ ປາງປໍ ຂື້ນກັບເຂດໂຮງໝໍນ້ອຍກົກໄມ້ໃຫຍ່.
4. ລົງຕິດຕາມ, ຊຸກຍູ້ ຈັດຕັ້ງປະຕິວັດ ວຽກງານສັກປ້ອງກັນພະຍາດໂຄວິດ-19 ຕະລູມບບອນ ແລະວຽກງານເຊື່ອມສານແບບຄົບຊຸດ ຢູ່ບ້ານ ລາວຫວ່າງ, ຂື້ນກັບເຂດໂຮງໝໍນ້ອຍອາໂນ.
5. ລົງຕິດຕາມ, ຊຸກຍູ້ ຈັດຕັ້ງປະຕິວັດ ວຽກງານສັກປ້ອງກັນພະຍາດໂຄວິດ-19 ຕະລູມບບອນ ແລະວຽກງານເຊື່ອມສານແບບຄົບຊຸດ ຢູ່ບ້ານ ປາງປໍ, ຂື້ນກັບເຂດໂຮງໝໍນ້ອຍກົກໄມ້ໃຫຍ່.
6. ເປີດກອງປະຊຸມ ເພື່ອສະຫຼູບຜົນໄດ້ຮັບ, ດ້ານດີ, ດ້ານອ່ອນ, ບົດຮຽນຖອດຖອນໄດ້ ແລະຂໍ້ສະເໜີ ຂອງຈັດຕັ້ງປະຕິບັດ ວຽກງານສັກປ້ອງກັນພະຍາດໂຄວິດ-19 ຕະລູມບອນ ແລະວຽກງານເຊື່ອມສານແບບຄົບຊຸດ, ບ້ານ ລາວຫວາງ ແລະບ້ານ ປາງປໍ.
7. ລົງຕິດຕາມ, ຊຸກຍູ້, ກວດກາ ຂໍ້ມູນຕ່າງໆ ແຕ່ລະໜ້າວຽກ 9 ໜ້າວຽກທີ່ທາງຄະນະຮັບຜິດຊອບ ຂັ້ນແຂວງ
ມອບໝາຍໃຫ້ ນຳໜ່ວຍງານສົ່ງເສີມສຸຂະພາບເມືອງ.
8. ຮ່ວມກັບ ຄະນະພະແນກສາທາລະນະສຸກແຂວງ ແລະຄະນະຫ້ອງການສາທາລະນະສຸກເມືອງ ລົງຕິດຕາມ ຈັດຕັ້ງປະຕິບັດດວຽກງານເຊື່ອມສານແບບຄົບຊຸດ ຢູ່ບ້ານເຂດ 2, 3 ຂອງໂຄງການ HANSA ແລະ ການສັກຢາປ້ອງກັນພະ ຍາດໂຄວິດ-19, ສຳລັບກຸມເປົ້າໝາຍອາຍຸ 12-17 ປີ ຢູ່ບ້ານ ຕາດມວນ ຂື້ນກັບເຂດໂຮງໝໍນ້ອຍ ຕາດມວນ.
9. ສະຫຼູບຫຍໍ້ ຜ່ານຫົວໜ້າສາທາເມືອງ ແລະເດີນທາງກັບແຂວງອຸດົມໄຊ.