ໃນຕອນແລງຂອງວັນທີ 01 ທັນວາ 2021 ນີ້ ບໍລິສັດຮ່ວມມືສາກົນ 705 ສສ ຫວຽດນາມ ຕາງໜ້າໂດຍ ທ່ານ ບຸຍວັນດ້າຍ ຫົວໜ້າບໍລິສັດ ແລະ ພະນັກງານ ເຂົ້າອວຍພອນແກ່ພະແນກສາທາລະນະສຸກແຂວງ ເນື່ອງໃນໂອກາດວັນຊາດລາວ 2 ທັນວາ ຄົບຮອບ 46 ປີ (1975-2021) ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ ເຊິ່ງໃຫ້ການຕອນຮັບໂດຍ ທ່ານ ຫຸມພັນ ອິນທະມຸງຄຸນ ຫົວໜ້າພະແນກ ສາທາລະນະສຸກແຂວງ ແລະ ຮອງພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ ເຂົ້າຮ່ວມທັງໝົດ 16 ທ່ານ, ຍິງ 1 ທ່ານ.

ໃນໂອກາດດັງກ່າວການນຳທັງສອງຝ່າຍກໍໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວ, ຄວາມຮູ້ສຶກຮັກແພງອັນອົບອຸ່ນມາຍັງການຈັດຕັ້ງທັງສອງຝ່າຍ ແລະ ສະແດງຄວາມຂອບອົກຂອບໃຈເປັນຢ່າງຍິ່ງເຊິ່ງກັນແລະກັນ ເຊິ່ງສະແດງໃຫ້ເຫັນເຖີງສາຍສຳພັນອ້າຍນ້ອງ ຮ່ວມມືຮອບດ້ານ ກໍຄືສາຍພົວພັນສະໜິດແໜ້ນຂອງສອງຊາດ ລາວ-ຫວຽດນາມ ທີ່ມີມາຍາວນານ ເວົ້າລວມ, ເວົ້າສະເພາະແມ່ນການພົວພັນຮ່ວມມືລະຫວ່າງບໍລິສັດຮ່ວມມືສາກົນ 705 ສສ ຫວຽດນາມ ແລະ ພະແນກສາທາລະນະສຸກແຂວງອຸດົມໄຊ ເຊິ່ງໄດ້ມີການຮ່ວມມື, ຊ່ວຍເຫຼືອເຊິ່ງກັນແລະກັນມາໂດຍຕະຫຼອດ ແລະ ທັງສອງກໍຈະສືບຕໍ່ຢ່າງແຂງແຮງໃນການຮ່ວມມື ແລະ ຜຸກແໜ້ນຄວາມສາມັກຄີ ໃຫ້ແໜ້ນແຟ້ນຍິ່ງໆຂື້ນ.