ກອງປະຊຸມໃຫຍ່ ໜ່ວຍພັກພັກ ບໍລິຫານ ພະແນກສາທາລະນະສຸກ ແຂວງອຸດົມໄຊ ໄດ້ໄຂຂື້ນໃນຕອນເຊົ້າຂອງວັນທີ 3 ຕຸລາ ນີ້ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ ໂດຍການເປັນປະທານຂອງສະຫາຍ ຄຳ ວິງ ຮົງດາລາ ຮອງເລຂາຄະນະພັກຮາກຖານ ເລຂາໜ່ວຍພັກບໍລິຫານ, ເປັນກຽດຂົ້າຮ່ວມມີ ສະຫາຍ ຫຸມພັນ ອິນທະມຸງຄຸນ, ກຳມະການພັກແຂວງ, ເລຂາຄະນະພັກຮາກຖານພະແນກສາທາລະນະສຸກແຂວງອຸດົມໄຊ, ມີແຂກເຊີນພ້ອມດ້ວຍ ສະມາຊິກຊິພັກສົມບູນພາຍໃນໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມ ໄດ້ຜ່ານບົດລາຍງານການເມືອງໂດຍຍໍ້ ໂດຍສະເພາະແມ່ນ ສະພາບລວມ, ທີ່ຕັ້ງ, ຈຸດພິເສດຂອງ ໜ່ວຍພັກບໍລິຫານ ເຊິ່ງໜ່ວຍພັກບໍລິຫານເປັນໜ່ວຍພັກໜຶ່ງທີ່ຂຶ້ນກັບຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງ, ເຮັດໜ້າທີ່ເປັນເສນາທິການໃຫ້ແກ່ຮາກຖານພັກໃນວຽກງານຕ່າງໆ, ນອກນີ້ ຍັງໄດ້ຕີລາຄາການຊີ້ນຳ-ນຳພາ ແລະ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ III ຜົນສຳເລັດ ແລະ ໄຊຊະນະທີ່ຍາດມາໄດ້ໃນໄລຍະ 5 ປີຜ່ານມາ ເຊັ່ນ: ການຊີ້ນຳ-ນຳພາວຽກງານການເມືອງແນວຄິດ, ວຽກງານປ້ອງກັນຄວາມສະຫງົບ, ວຽກງານວິຊາສະເພາະ, ວຽກງານຈັດຕັ້ງ ແລະ ພະນັກງານ-ລັດຖະກອນ ແລະ ວຽກງານອື່ນໆທີ່ພົ້ນເດັ່ນ, ໂອກາດນີ້ ສະຫາຍ ຄຳວິງ ຮຸ່ງດາລາ ຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກບໍລິຫານໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ສຸດທີ່ມີຄວາມໝາຍມີ ສຳຄັນມັນເປັນຂີດໝາຍແຫ່ງການພັດທະນາວຽກງານສາທາລະນະສຸກອີກບາດກ້າວໜຶ່ງ. ພ້ອມນີ້ກອງປະຊຸມຍັງໄດ້ໃຊ້ສິດຂອງຕົນປ່ອນບັດເອົາຄະນະໜ່ວຍພັກຊຸດໃຫມ່ ເຊິ່ງມີຜູ້ສະຜູ້ໝັກຈຳນວນ 5 ສະຫາຍ, ເລືອກເອົາ 3 ສະຫາຍ ຜົນຂອງການປ່ອນບັດຜູ້ແທນສົມບຸນໄດ້ເປັນເອກະພາບກັນເລືອກເອົາ ສະຫາຍ ຄຳ ວິງ ຮຸ່ງດາລາ ເປັນເລຂາໜ່ວຍພັກ, ສະຫາຍ ຄຳ ມີ ມະນີຄຳ ເປັນຮອງ ແລະ ສະຫາຍ ນາງ ວັນເພັງ ມະນີໄຊ ເປັນຄະນະເພື່ອສືຕໍ່ຊີ້ນຳ-ນຳພາວຽກງານໜ່ວຍພັກບໍລິຫານເຄື່ອນໄຫວວຽກງານໃຫ້ມີບາດກ້າວຂະຫຍາຍຕົວ ແລະ ພົ້ນເດັ່ນ.
