ກອງປະຊຸມໃຫຍ່ ຄັ້ງທີ IV ຂອງຫນ່ວຍພັກ ວິຊາການ ພະແນກ ສາທາລະນະສຸກ ແຂວງອຸດົມໄຊ ຈັດຂຶ້ນ ທ້າຍອາທິດຜ່ານມາ ທີ່ພະແນກຂອງຕົນ ໂດຍການເຂົ້າຮ່ວມຂອງທ່ານ ດຣ ຫຸມພັນ ອິນທະມຸງຄຸນ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວຫນ້າພະແນກ ສາທາລະນະສຸກແຂວງ, ທ່ານ ດຣ ສົມພອນ ຊາວມົງວື ເລຂາຫນ່ວຍພັກ ວິຊາການ ພະແນກສາທາລະນະສຸກ,ມີຄະນະຫນ່ວຍພັກ, ສະມາຊິກພັກສົມບູນ, ສຳຮອງ ແລະ ຕາງຫນ້າຫນ່ວຍພັກອ້ອມຂ້າງ.
ກອງປະຊຸມໄດ້ຜ່ານຮ່າງລາຍງານການເມືອງ ທັງສອງພາກ ເພື່ອສະຫລຸບ ຕີລາຄາຄືນຜົນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຂອງຫນ່ວຍພັກວິຊາການ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກສາທາລະນະສຸກ ແຂວງອຸດົມໄຊ ໃນຕະຫລອດໄລຍະ 5 ປີຜ່ານມາ ໂດຍຍົກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ທິດທາງແຜນການໃນຕໍ່ຫນ້າ ພ້ອມທັງ ປະກອບຄຳເຫັນ ແລະ ຮັບຮອງເອົາຮ່າງບົດລາຍງານການເມືອງດັ່ງກ່າວ. ຈາກນັ້ນ, ໄດ້ປ່ອນບັດຄັດເລືອກເອົາ ຄະນະຫນ່ວຍພັກ ຊຸດໃຫມ່ ໂດຍອີງໃສ່ມາດຖານ, ເງື່ອນໄຂ ຂອງຜູ້ເຂົ້າຮັບສະຫມັກ. ໃນນີ້ ມີຜູ້ເຂົ້າຮັບສະຫມັກ ເປັນຄະນະຫນ່ວຍພັກຊຸດໃຫມ່ ຈຳນວນ 5 ສະຫາຍ ແລະ ເລືອກເອົາ 3 ສະຫາຍ. ເຊິ່ງຜ່ານການ ປ່ອນບັດຄັດເລືອກ ຄັ້ງປະຖົມມະລຶກ ເຫັນດີ ເລືອກເອົາທ່ານ ດຣ ສົມພອນ ຊາວມົງວື ເປັນເລຂາຫນ່ວຍພັກ ວິຊາການ ພະແນກສາທາລະນະສຸກ, ທ່ານ ດຣ ເພັດຈັນ ລໍສະຫວັນ ເປັນຮອງເລຂາ ແລະ ທ່ານ ຄຳຫລ້າ ອານຸສອນ ເປັນກຳມະການຫນ່ວຍພັກ ຊຸດໃຫມ່.
ໂອກາດ ດັ່ງກ່າວ ທ່ານ ດຣ ຫຸມພັນ ອິນທະມຸງຄຸນ ເລຂາຄະນະພັກຮາກຖານ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳບາງບັນຫາ ເພື່ອເປັນບ່ອນອີງ ໃນການສືບຕໍ່ເຄື່ອນໄຫວ ຈັດຕັ້ງປະຕິບັດ ວຽກງານຂອງຫນ່ວຍພັກ ໃນຕໍ່ຫນ້າ ໂດຍສົມທົບກັບທິດທາງແຜນການຂອງຫນ່ວຍພັກຕົນ ເພື່ອແນ່ໃສ່ເຮັດໃຫ້ ຫນ່ວຍພັກ ມີຄວາມປອດໃສ, ເຂັ້ມແຂງ, ຫນັກແຫນ້ນ



