ໃນຕອນເຊົ້າຂອງວັນທີ 24 ຕຸລາ 2022 ໜ່ວຍຂະແໜງແຜນການ ແລະ ການຮ່ວມມື ແລະ ຫ້ອງການປະກັນສຸຂະພາບ ໄດ້ຜ່ານບົດປະເມີນປະຈຳປີ 2022 ທີ່ຫ້ອງປະຊຸມຂະແໜງແຜນການ ແລະ ການຮ່ວມມື ມີຜູ້ເຂົ້າຮ່ວມທັງໝົດ 8 ທ່ານ, ຍິງ 4 ທ່ານ ໃຫ້ກຽດເຂົ້າເປັນປະທານຂອງ ທ່ານ ຫຸມພັນ ອິນທະມຸງຄຸນ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ ໃນກອງປະຊຸມໄດ້ກ່າວຈຸດປະສົງ, ແນະນຳ, ຊີ້ແຈງກ່ຽວກັບຂັ້ນຕອນ ແລະ ວິທີການປະເມີນ ເພື່ອເຮັດໃຫ້ແຕ່ລະທ່ານເຂົ້າໃຈ, ຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ເຮັດໃຫ້ການປະເມີນມີເນື້ອໃນ, ມີຄຸນນະພາບ ແລະ ມີບັນຍາກາດທີ່ຟົດຟື້ນ.

ກ່ອນທີ່ຈະກ້າວເຂົ້າສູ່ການປະເມີນ ທ່ານ ປະທານ ກໍໄດ້ມີຄຳເຫັນແນະນຳ ໃຫ້ແກ່ພະນັກງານທີ່ຖືກປະເມີນໃຫ້ເອົາໃຈໃສ່ 3 ບັນຫາດັ່ງນີ້:

  1. ການປະກອບຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ແມ່ນໃຫ້ເປັນລັກສະນະສ້າງສັນ, ຈິງອົກຈິງໃຈ, ບົນຈິດໃຈຄວາມສາມັກຄີຮັກແພງ, ເພື່ອແນະນຳໃຫ້ກັນຮັບຮູ້, ປັບປຸງ, ປ່ຽນແປງດີຂື້ນ;
  2. ການປະເມີນແມ່ນໃຫ້ອີງໃສ່ 3 ເນື້ອໃນ ການເມືອງແນວຄິດ, ການຈັດຕັ້ງປະຕິບັດໜ້າທີວຽກງານ ແລະ ຜົນສຳເລັດຂອງວຽກງານເຊັນ: ຄວາມຕັ້ງໃຈ, ຄວາມຮັບຜິດຊອບ, ຄວາມຮອບຄອບ, ຜົນສຳເລັດ.. ອື່ນໆ ພ້ອມນັ້ນ; ການປະກອບຄຳຄິດເຫັນ ແລະ ການໃຫ້ຄະແນນເຊິ່ງກັນ ແລະ ກັນ ແມ່ນຕ້ອງສອດຄ່ອງກັນ;
  3. ເມື່ອເຮັດການປະເມີນ, ປະກອບຄຳຄິດຄຳເຫັນເຊິ່ງກັນ ແລະ ກັນແລ້ວ ແມ່ນໃຫ້ເອົາໃຈໃສ່ວ່າເປັນ ຂໍ້ມູນສຳຄັນ ແລະ ເປັນບ່ອນອີງໃຫ້ແກ່ການປັບປຸງປ່ຽນແປງຕົນເອງໃຫ້ດີຂື້ນ ແລະ ມີຄວາມເບີກບານມ່ວນຊືນ ບໍ່ໃຫ້ຖືເປັນອະຄະຕິ ຫຼື ຂັດແຍ່ງກັນຕໍ່ໄປ.

ໃນກອງປະຊຸມແຕ່ລະທ່ານກໍໄດ້ຜ່ານບົດປະເມີນປະຈຳປີ ຂອງຕົນ ແລະ ພ້ອມນັ້ນ; ໝູ່ຄະນະກໍໄດ້ປະກອບຄຳຄິດຄຳເຫັນໃສ່ບົດປະເມີນ, ຄະແນນ, ດ້ານດີ, ດ້ານອ່ອນ ເຊິ່ງກັນ ແລະ ກັນ ເພື່ອປັບປຸງກໍ່ສ້າງກັນແນ່ໃສ່ໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ມີຄວາມສະດວກວ່ອງໄວ ແລະ ມີຄ່ອງຕົວດີຂື້ນເທື່ອລະກ້າວ ພ້ອມນັ້ນ; ກໍມີບັນຍາກາດອົບອຸ່ນ, ເບີກບານມ່ວນຊື່ນ ແລະ ມີຜົນສຳເລັດດ້ວຍດີ.