ກອງປະຊຸມໃຫ່ຍຄັ້ງທີ່ IX ກຳມະບານຮາກຖານພະແນກສາທາລະນະສຸກແຂວງອຸດົມໄຊ ໄດ້ໄຂຂື້ນໃນວັນທີ 31 ມີນາ 2023 ນີນີ້ຢູ່ທີ່ກ້ອງປະຊຸມຂອງພະແນກພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຊູ ວິໄລສຸກ ປະທານກຳມະບານຮາກຖານພະແນກສາທາລະນະສຸກແຂວງອຸດົມໄຊ, ໂດຍໃຫ້ກຽດເຂົ້າຮ່ວມມີສະຫາຍ ນາງ ທຸມມາ ປັນຍາສິດ ສະມາຊິກສະພາປະຊາຊົນເຂດເລືອກຕັ້ງເມືອງໄຊ,ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ປະທານສະຫະພັນກຳມະບານແຂວງອຸດົມໄຊ, ສະຫາຍ ນາງ ຈັນມະລິ ອິນພູວຽງ ເລຂາໜ່ວຍພັກຖານພະແນກສາທາລະນະສຸກ ອຳນວຍການໂຮງຮຽນສາທາລະນະສຸກແຂວງອຸດົມໄຊ, ມີແຂກທີ່ຖືກເຊີນຈາກ: ກຳມະບານຮາກຖານໂຮງຮຽນສາທາລະນະສຸກອຸດົມໄຊ ແລະ ກຳມະບານຮາກຖານໂຮງໝໍແຂວງ, ພ້ອມດ້ວຍຜູ້ແທນສົມບູນຂອງຮາກຖານພະແນກສາທາລະນະສຸກແຂວງອຸດົມໄຊເຂົ້າຮ່ວມທັງໝົດ 42 ສະຫາຍ,ຍິງ 19 ສະຫາຍ.

ກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງທັງສອງພາກທີ່ນຳສະເໝີໂດຍສະຫາຍ ບຸນຊູ ວິໄລສຸກ ປະທານກຳມະບານຮາກຖານພະແນກສາທາລະນະສຸກແຂວງ ເຊີ່ງເນື້ອໃນໄດ້ຕີລາຄາເຖິງສະພາບການຈັດຕັ້ງປະຕິບັດວຽກງານກຳມະບານໃນໄລຍະ 5 ປີ ຜ່ານມາ ຄະນະກຳມະບານຮາກຖານ,ສະມາຊິກແຕ່ລະສະຫາຍໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານກຳມະບານຍ່າງໃກ້ສິດຕິດແທດ ເປັນຕົ້ນແມ່ນໄດ້ພ້ອມກັນປະຕິບັດຕາມແຜນການປີ2018-2022,ໂດຍຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ່ VIII ຂັ້ນຂອງຕົນ,ມະຕິກອງປະຊຸມໃຫຍ່ຄັ້ງທີ່ IX ຂອງສະຫະພັນກຳມະບານແຂວງ,ມະຕິກອງປະຊຸມໃຫຍ່ຄັ້ງທີ່ VIII ຂອງສູນກາງສະຫະພັນກຳມະບານລາວພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກ,ສະແດງອອກໃນການສະຫຼຸບຜົນງານໃນໄລຍະ 5 ປີຜ່ານມາ ກໍາມະບານຮາກຖານພະແນກສາທາລະນະສຸກອຸດົມໄຊ ໄດ້ຖືເອົາວຽກງານວິຊາສະເພາະຂອງຕົນໂດຍຕິດພັນກັບວຽກງານສຶກສາອົບຮົມການເມືອງ-ແນວຄິດ ດ້ວຍການຈັດຕັ້ງເຊື່ອມຊືມບັນດາແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດ,ປະຫວັດມູນເຊື້ອສຳຄັນທາງປະຫວັດສາດຂອງພັກ,ຂອງຊາດ,ແລະ ອົງການຈັດຕັ້ງຕ່າງໆ ແລະ ຖືເອົາວຽກງານຈັດຕັ້ງ-ກວດກາ,ວຽກງານປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ,ວຽກງານຂະບວນການແຂ່ງຂັນແລະຍ້ອງຍໍ,ວຽກງານກອງທຶນ ແລະ ວຽກງານພົ່ວພັນຮ່ວມມືກັບຕ່າງປະເທດ.

ກອງປະຊຸມໄດ້ມີການປ່ອນບັດເລືອກຄະນະກຳມະບານຮາກຖານພະແນກສາທາລະນະສຸກແຂວງ ຊຸດໃໝ່ ໂດຍມີຜູ້ສະມັກຄັດເລືອກ 7 ສະຫາຍ,ຍິງ2ສະຫາຍ, ກອງປະຊຸມບ່ອນບັດຄັດເລືອກໄດ້ 5 ສະຫາຍ,ຜ່ານກອງປະຊຸມຄັ້ງປະຖົມມະລຶກໄດ້ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ດຣ ພຸດແສງ ເທືອມບຸນມີ ເປັນປະທານກຳມະບານຮາກຖານພະແນກສາທາລະນະສຸກແຂວງ ອຸດົມໄຊ, ສະຫາຍ ນາງ ອຳໄພວອນ ອິນຕະລາ ເປັນຮອງປະທານ, ສະຫາຍ ຊາຍພອນ ຟົງແກ້ວສຸຂະເສີມ ເປັນຄະນະ, ພ້ອມທັງແຕ່ງຕັ້ງປະທານກວດກາ,ແລະ ຮອງປະທານກວດກາຕື່ມອີກ…ຈາກນັ້ນຄະນະຊຸດໃໝ່ໄດ້ຜ່ານທິດທາງເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ຕາງໜ້າແຕ່ລະຂະແໜງຂື້ນຈັບມືແຂ່ງຂັນກັນເພື່ອສືບຕໍ່ນຳເອົາບັນດາເນື້ອໃນມະຕິກອງປະຊຸມຄັ້ງນີ້ໄປຈັດຕັ້ງພັນຂະຫຍາຍເຂົ້າໃນວຽກງານກຳມະບານໃນຊຸ່ມປີຕໍ່ໜ້າ ໃຫ້ປະກົດຜົນເປັນຈີງ, ເພື່ອເຮັດໜ້າທີ່ເປັນໂຕແທນປົກປ້ອງສິດຜົນປະໂຫຍດອັນຊອບທຳໃຫ້ສະມາຊິກກຳມະບານ,ກຳມະກອນຊາວຜູ້ອອກແຮງງານ ໂດຍຕິດພັນກັບວຽກງານວິຊາສະເພາະຂອງຮາກຖານພະແນກສາທາລະນະສຸກແຂວງ ໃຫ້ໜັກແໜ້ນເຂັ້ມແຂງຂື້ນເລື້ອຍໆ