ຂະແໜງປິ່ນປົວ ແລະຟື້ນຟູໜ້າທີ່ການສົມທົບກັບ ພະແນກສຶກສາທິການ ແລະກິລາແຂວງ ລົງເຄື່ອນໄຫວໃຫ້ຄວາມຮູ້ ແລະສຸຂະສຶກສາ ໃຫ້ເຍົາວະຊົນ ແລະໄວໜູ່ມ

ໃນວັນທີ 11-30 ພະຈິກ 2024 ຜ່ານມານີ້ ທາງຂະແໜງປິ່ນປົວ ແລະຟື້ນຟູໜ້າທີ່ການ ພະແນກສາທາລະນສຸກແຂວງໄດ້ສົມທົບກັບ ພະແນກສຶກສາທິການ ແລະກິລາແຂວງ ແລະ ເມືອງ, ສູນບໍລິການເມືອງໄຊ, ໂຮງໝໍເມືອງງາ, ເມືອງແບງ, ເມືອງຮູນ ແລະເມືອງປາກແບງ ໄດ້ລົງເຄື່ອນທີ່ ໃຫ້ຄວາມຮູ້ ແລະສຸຂະສຶກສາ ບໍລິການສຸຂະພາບ ທີ່ເປັນມິດກັບເຍົາວະຊົນ ແລະໄວໜູ່ມ ຢູ່ໂຮງຮຽນມັດທະຍົມ ມ4 – ມ7  (ມສ) ຈໍານວນ 36 ໂຮງຮຽນ ພາຍໃຕ້ການເປັນປະທານ ຂອງທ່ານ ຫຸມພັນ ອິນທະມຸງຄຸນ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ  ມີຜູ້ເຂົ້າຮ່ວມຮັບຟັງສຸຂະສຶກສາທັງໜົດ 3,574 ຄົນ, ຍິງ 1,907 ຄົນ.ໃນນັ້ນ, ມີນັກຮຽນມາກວດສຸຂະພາບ ແລະເຂົ້າມາຮັບຄໍາປຶກສາທັງໜົດ 517  ຄົນ, ຍິງ 320  ຄົນ

ຈຸດປະສົງ

  • ເພື່ອເຮັດໃຫ້ໄວໜຸ່ມ, ນ້ອງນັກຮຽນມັດທະຍົມ ແຕ່ ມ4 ຫາ ມ7  ໃນ 5 ເມືອງເປົ້າໝາຍ ຂອງໂຄງການ ໄດ້ຮັບຂໍ້ມູນຂ່າວສານດ້ານການດູແລຮັກສາສຸຂະພາບ ທີ່ຖືກຕ້ອງ.
  • ເພື່ອ​ເສີມ​ຂະຫຍາຍ​ທາງ​ເລືອກ​ໃນ​ການ​ບໍລິການ, ​ເຮັດ​ໃຫ້​ໄວ​ໜຸ່ມ​ເຂົ້າ​ເຖິງ​ການ​ບໍລິການ​ໄດ້​ງ່າຍ, ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບຂໍ້ມູນທາງດ້ານສຸຂະພາບການຈະເລີນພັນ ຂອງໄວໜຸ່ມໄດ້ຢ່າງກວ້າງຂວາງ.
  • ​ເພື່ອໃຫ້ຄໍາປຶກສາທີ່ເປັນມິດ – ປິດລັບ ກ່ຽວກັບບັນຫາ ແລະແຮງຈູງໃຈທາງດ້ານສັງຄົມ, ບັນຫາຢາເສບຕິດອື່ນໆ ເພື່ອເປັນທາງອອກທີ່ດີ ສໍາລັບເຍົາວະຊົນ ແລະໄວໝຸ່ມ ທີ່ຈະພົບບັນຫາດ້ານສຸຂະພາບໃນຕໍ່ໜ້າ.

ມາຮອດປະຈຸບັນ ຢູ່ໂຮງໝໍແຂວງ, ໂຮງໝໍ 5 ເມືອງເປົ້າໝາຍ ຂອງໂຄງການ RMNCH (ເມືອງໄຊ, ງາ, ແບງ, ຮຸນ ແລະເມືອງປາກແບງ )ມີຫ້ອງໃຫ້ຄໍາປຶກສາດ້ານສຸຂະພາບ ມີທີມແພດ, ພາຍາບານ, ທີ່ມີຄວາມພ້ອມ ໃນການໃຫ້ຄໍາປຶກສາດ້ານສຸຂະພາບທີ່ເປັນມິດກັບເຍົາວະຊົນ ແລະ ໄວໝຸ່ມປະຈໍາ ຢູ່ສະຖານທີ່ບໍລິການ ແລະໃຫ້ຄໍາປຶກສາທາງໄກທາງໂທລະສັບວ່ອງໄວທັນໃຈ ແລະນັກຮຽນທີ່ໄດ້ເຂົ້າຮ່ວມກິດຈະກຳມີທັງຊາຍແລະຍິງຮູ້ຂໍ້ມູນຂ່າວສານດ້ານການດູແລຮັກສາສຸຂະພາບທີ່ຖືກຕ້ອງ.ນອກຈາກນັ້ນ,ນັກຮຽນຮູ້ພະຍາດຕິດຕໍ່ທາງເພດສຳພັນທົ່ວໄປ, ວິທີປ້ອງກັນ ແລະ ທາງເລືອກການປິ່ນປົວທີ່ດີ. ພວກເຂົາເຈົ້າ ເຂົ້າໃຈຄວາມສ່ຽງ, ຜົນກະທົບ ແລະ ການປ້ອງກັນການຕິດຢາເສບຕິດ ແລະສິ່ງເສບຕິດ ນັກຮຽນໄດ້ຮັບຮູ້ບາງທັກສະທີ່ມີປະສິດທິພາບໃນການເຈລະຈາຕໍ່ລອງ ເພື່ອປະຕິເສດບໍ່ໃຫ້ມີເພດສຳພັນທີ່ບໍ່ຖືກຕ້ອງ.  

        ການລົງເຄື່ອນທີ່ໃຫ້ຄວາມຮູ້ ໃນຄັ້ງນີ້ໄດ້ຮັບການສະໜັບສະໜຸນງົບປະມານຈາກອົງການ KOICA ປະເທດ ສ.ເກົາຫຼີ ພາຍໃຕ້ໂຄງການ RMNCH.

On November 11-30 2024 The Provincial Health Department, Health Care, and Rehabilitation Division collaborated with the Provincial Department of Education and Sports, the District Education and Sports Office, the Xay District Service Center, Nga, Beng, Houn, and PakBeng Districts Hospital conducted Medical staff give health education and AYFS in 36 Lower-Upper secondary schools for round 1 (M4 – M7), by the chairman of Mr. Houmphanh INTHAMOUNGKHOUN the Provincial Party Committee, Director of the Provincial Health Department. There were 3,574 participants, including 1,907 women, who attended the health education. And there were students who came for health check-ups and 517 people came for counseling, 320 were women.

Objective:

– To enable young people and secondary school students from grades 4 to 7 in the 5 target districts of the RMNCH project to receive accurate health care information.

– To expand service options, make services easily accessible to young people, and provide them with a broader understanding of adolescent reproductive health.

– To provide friendly, confidential counseling on social issues and motivations, drug problems, and other issues as a good solution for adolescents and young in the future.

As a result of PHD implementation Medical staff give health education and AYFS, the provincial hospitals, hospitals in the 5 target districts of the RMNCH project (Xay, Nga, Beng, Houn, and Pak Beng districts) have health counseling rooms with a team of doctors and nurses. They are ready to provide health education for adolescents and youth-friendly counseling at the service site, as well as remote counseling via telephone and instant phone calls. Students who participated in the activities, both men and women, have access to accurate healthcare information. In addition, students learn about common sexually transmitted diseases, prevention methods, and treatment options. They understand the risks and effects of Drug addiction prevention. Addiction, Students learned  effective skills in sexual negotiation.