ລັດຖະມົນຕີ ກະຊວງສາທາລະນະສຸກ ລົງຊຸກຍູ້ ແລະ ຕິດຕາມວຽກງານ ຢູ່ແຂວງອຸດົມໄຊ

ໃນວັນທີ 24 ມີນາ 2026 ນີ້ ທ່ານນາງ ໃບຄຳ ຂັດຕິຍະ ກຳມະການສູນກາງພັກ ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມຄະນະ ໄດ້ເດີນທາງລົງຊຸກຍູ້ ແລະ ຕິດຕາມວຽກງານສາທາລະນະສຸກ ຢູ່ແຂວງອຸດົມໄຊ ໂດຍເນັ້ນໃສ່ ການຕິດຕາມການຈັດຕັ້ງປະຕິບັດ ໂຄງການວັກຊີນ ເພື່ອປ້ອງກັນພະຍາດໂປລິໂອ ແລະ ພະຍາດໝາກແດງ ໂດຍໄດ້ຮັບກຽດຕ້ອນຮັບຈາກ ທ່ານ ສຸຫວັດ ມະຫາວົງສະນັ່ນ ກຳມະການປະຈຳພັກແຂວງ ຮອງປະທານ ຄະນະກຳມະການປົກຄອງແຂວງ ພ້ອມດ້ວຍ ຄະນະນຳພະແນກສາທາລະນະສຸກແຂວງ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ທີ່ໂຮງແຮມມິດຕະພາບ

ມາໃນຕອນບ່າຍ ທ່ານ ພ້ອມຄະນະໄດ້ສືບຕໍ່ພົບປະໂອ້ລົມ ກັບຄະນະນຳພະແນກສາທາລະນະສຸກແຂວງ, ໂຮງໝໍແຂວງ ແລະ ໂຮງຮຽນສາທາ ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ ໂດຍ ທ່ານ ດຣ. ຫຸມພັນ ອິນທະມຸງຄຸນ ກຳມະການພັກແຂວງ ຫົວໜ້າພະແນກ ໄດ້ລາຍງານ ເນັ້ນໃຫ້ເຫັນ ຜົນສຳເລັດ ຄວາມກ້າວໜ້າ ພ້ອມທັງ ບັນຫາ ແລະ ອຸປະສັກ ທີ່ຕ້ອງໄດ້ແກ້ໄຂໃນຕໍ່ໜ້າ ວຽກງານສາທາລະນະສຸກແຂວງອຸດົມໄຊ ປະກອບມີ 8 ຂະແໜງການ, ໂຮງໝໍແຂວງ 1 ແຫ່ງ, ໂຮງຮຽນສາທາ 1 ແຫ່ງ, ຫ້ອງການສາທາລະນະສຸກ 7 ເມືອງ ແລະ ສຸກສາລາ 54 ແຫ່ງ (ເປີດໃຫ້ບໍລິການຈິງ 53 ແຫ່ງ) ໃນປີ 2025 ຜ່ານມາ ມີຜູ້ເຈັບເຂົ້າຮັບບໍລິການ ທັງໝົດ 169,165 ເທື່ອຄົນ ແລະ ມີຜູ້ເຈັບນອນປິ່ນປົວ 19,845 ເທື່ອຄົນ ພ້ອມທັງ ໄດ້ສຸມໃສ່ ການດຳເນີນວຽກຕາມ 7 ແຜນງານ ແລະ 5 ປະຕິຮູບ ເພື່ອບັນລຸ 11 ຕົວຊີ້ວັດ ທີ່ສະພາຮັບຮອງ ໂດຍມີບາງຄາດໝາຍ ບັນລຸໄດ້ ແລະ ບາງຄາດໝາຍ ຍັງພົບອຸປະສັກ ນອກຈາກນີ້ ຍັງໄດ້ດຳເນີນວຽກງານອະນາໄມ ແລະ ສົ່ງເສີມສຸຂະພາບ ຕາມນະໂຍບາຍບໍລິການແບບເຊື່ອມສານ ຄວບຄູ່ກັບ ການສະໜອງຢາ ແລະ ອຸປະກອນການແພດ ພ້ອມທັງ ການໃຫ້ບໍລິການກວດປິ່ນປົວ ຢ່າງຕໍ່ເນື່ອງ ແລະ ໄດ້ສະເໜີ ໂກຕ້າລັດຖະກອນ ເພີ່ມເຕີມໃຫ້ຂະແໜງສາທາລະນະສຸກແຂວງ ຈາກນັ້ນ ບັນດາຄະນະກົມທີ່ກ່ຽວຂ້ອງ ໄດ້ມີຄຳເຫັນ ແລະ ຊີ້ແຈງ ບັນດາວຽກງານ ຕາມຂອບເຂດ ຄວາມຮັບຜິດຊອບ ເພື່ອຍົກລະດັບ ການດຳເນີນງານໃຫ້ດີຂຶ້ນ ໃນໂອກາດນີ້ ທ່ານນາງ ໃບຄຳ ຂັດທິຍະ ໄດ້ກ່າວຊົມເຊີຍ ແລະ ປະເມີນສູງ ຕໍ່ຜົນງານ ຂອງພາກສາທາລະນະສຸກແຂວງ ທີ່ໄດ້ພະຍາຍາມພັດທະນາ ຢ່າງຕໍ່ເນື່ອງ ພ້ອມທັງ ໄດ້ໃຫ້ທິດທາງ ແລະ ຄຳແນະນຳ ເພື່ອຍົກລະດັບ ວຽກງານສາທາລະນະສຸກ ໃຫ້ດີຂຶ້ນ

ໂດຍເນັ້ນໃສ່ ການພັດທະນາ ບໍລິການສຸຂະພາບພື້ນຖານ, ການປ້ອງກັນ ແລະ ຄວບຄຸມ ພະຍາດຕາມລະດູການ, ການພັດທະນາ ບຸກຄະລາກອນ ໃຫ້ມີຄຸນນະພາບ ພ້ອມທັງ ຍຶດຖື ຈັນຍາບັນ ແລະ ຈັນຍາທຳ ໃນການບໍລິການ ດ້ວຍໃຈ ຮັບໃຊ້ດ້ວຍຄວາມໂປງໃສ ເພື່ອໃຫ້ ຜູ້ໃຊ້ບໍລິການ ມີຄວາມພຶງພໍໃຈ.

ການລົງຊຸກຍູ້ໃນຄັ້ງນີ້ ສະທ້ອນໃຫ້ເຫັນ ຄວາມເອົາໃຈໃສ່ ຂອງກະຊວງສາທາລະນະສຸກ ຕໍ່ການພັດທະນາ ວຽກງານສາທາລະນະສຸກ ໃນທ້ອງຖິ່ນ ເພື່ອມຸ່ງໝາຍ ຍົກລະດັບ ການດູແລສຸຂະພາບ ແລະ ຄຸນນະພາບຊີວິດ ຂອງປະຊາຊົນ ໃຫ້ດີຂຶ້ນ ຢ່າງຍືນຍົງ

ຫຼັງຈາກນັ້ນ ທ່ານ ແລະ ຄະນະ ໄດ້ລົງຢ້ຽມຢາມ ໂຮງໝໍແຂວງ ແລະ ໂຮງໝໍໄຊມັງກອນສາກົນ ເພື່ອຊຸກຍູ້ ຕິດຕາມ ແລະ ກວດກາ ສະພາບການໃຫ້ບໍລິການ ຢ່າງໃກ້ຊິດ