ກອງປະຊຸມທົບທວນຄຶນ ການພັດທະນາວຽກງານສາທາລະນະສຸກ 5 ປີ ແລະ ແຜນ 5 ປີ

ໃນລະຫວ່າງວັນທີ 4-5 ຕຸລາ 2024 ພະແນກສາທາລະນະສຸກ, ໂຮງໝໍ, ໂຮງຮຽນ, ຫ້ອງການສາທາລະນະສຸກ 7 ເມືອງ ແລະ 53 ໂຮງໝໍນ້ອຍ ໄດ້ຈັດກອງປະຊຸມ ທົບທວນຄືນການພັດທະນາວຽກງານສາທາລະນະສຸກ 5 ປີຄັ້ງທີ່ IX (2021-2025) ແລະ ວາງແຜນຍຸດທະສາດສາທາລະນະສຸກ 5 ປີຄັ້ງທີ່ X (2026-2030) ພ້ອມທັງຕີລາຄາຄືນການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ 9 ເດືອນ ແລະ ວາງແຜນ 3 ເດືອນທ້າຍປີ 2024 ທີ່ ສະໂມສອນໃຫຍ່ ເມືອງຮຸນ ໂດຍການເປັນປະທານຂອງ ທ່ານ ຫຸມພັນ ອິນທະມຸງຄຸນ ຫົວໜ້າພະແນກສາທາລະນະສຸກແຂວງ ອຸດົມໄຊ ມີບັນດາຄະນະພະແນກ, ຜູ່ອຳນວຍການໂຮງໝໍແຂວງ, ໂຮງຮຽນສາທາລະນະສຸກແຂວງ, ຫົວໜ້າຫ້ອງການສາທາເມືອງ, ຫົວໜ້າຂະແໜງ, ຜູ່ອຳນວຍການໂຮງໝໍນ້ອຍ ແລະ ພະນັກງານວິຊາການເຂົ້າຮ່ວມທັງໝົດ 162 ທ່ານ, ຍິງ 56 ທ່ານ.

ໃນວາລະກອງປະຊຸມ ບັນດາຂະແໜງການ, ໂຮງຮຽນ, ໂຮງໝໍ ຫ້ອງການສາທາເມືອງ 7 ເມືອງ ແລະ 53 ໂຮງໝໍນ້ອຍໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດຜ່ານມາ ພ້ອມທັງປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ເປັນຂະບວນຟົດຟື້ນ ເຫັນໄດ້ບັນຫາ-ສາເຫດ, ສິ່ງອຳນວຍຄວາມສະດວກ ແລະ ສິ່ງທ້າທາຍອື່ນໆ ເພື່ອເປັນເປົ້າໝາຍໃນການວາງທິດທາງແກ້ໄຂ ແລະ ພັດທະນາວຽກງານສາທາລະນະສຸກໃນ 5 ປີຕໍ່ໜ້າໃຫ້ບັນລຸຕາມຄາດໝາຍຢ່າງມີຄຸນນະພາບ, ມີປະສິດທິພາບ ແລະ ປະສິດທິຜົນດີຂື້ນ.