ແຂວງອຸດົມໄຊ ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນແພດລາວ ຄົບຮອບ 61 ປີ
ຕອນເຊົ້າຂອງວັນທີ 15 ມິຖຸນາ 2026, ທີ່ສະໂມສອນຂອງແຂວງ ພະແນກສາທາລະນະສຸກ ແຂວງອຸດົມໄຊ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນແພດລາວ ຄົບຮອບ 61 ປີ (18 ມິຖຸນາ 1965 – 18 ມິຖຸນາ 2026), ວັນຕ້ານໄຂ້ຍຸງລາຍອາຊຽນ ຄົບຮອບ 15 ປີ, ວັນຕ້ານສູບຢາໂລກ ແລະ ຂະບວນການຫຼຸດຜ່ອນການດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ຂຶ້ນຢ່າງເປັນທາງການ.ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສຸຫວັດ ມະຫາວົງສະໝັ່ນ, ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງອຸດົມໄຊ. ມີຄະນະພັກ, ຄະນະນຳແຂວງ, ອະດີດການນຳສາທາລະນະສຸກ, ພະນັກງານແພດໝໍອາວຸໂສບໍານານ, ພະນັກງານ-ລັດຖະກອນ, ແພດໝໍ, ພະຍາບານ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພິທີ, ທ່ານ ດຣ ຫຸມພັນ ອິນທະມຸງຄຸນ ຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ ເລົ່າມູນເຊື້ອວັນແພດລາວຄົບຮອບ 61 ປີ ແລະ ວັນຕ້ານໄຂ້ຍຸງລາຍອາຊຽນ, ໂດຍຍົກໃຫ້ເຫັນ ການກຳເນີດຂຶ້ນຂອງວົງການແພດລາວ. ເຊິ່ງພະນັກງານແພດໝໍໃນຍຸກນັ້ນ ໄດ້ກາຍເປັນ “ນັກຮົບເສື້ອຂາວ” ທີ່ຄຽງບ່າຄຽງໄຫຼ່ກັບກອງທັບ ແລະ ປະຊາຊົນ. ພວກເພິ່ນປະຕິບັດໜ້າທີ່ໃນເງື່ອນໄຂທີ່ຫຍຸ້ງຍາກລຳບາກທີ່ສຸດ, ຂາດເຂີນທັງຢາປົວພະຍາດ, ຂາດທັງອຸປະກອນການແພດ, ຕ້ອງອາໄສຖ້ຳ ແລະ ປ່າຕຶບເປັນໂຮງໝໍ ເພື່ອລົບຫຼີກການຖິ້ມລະເບີດຂອງສັດຕູ. ເຖິງຈະປະເຊີນກັບຄວາມຫຍຸ້ງຍາກດັ່ງກ່າວ, ແຕ່ດ້ວຍນ້ຳໃຈຮັກຊາດອັນສູງສົ່ງ, ບັນດາແພດອາວຸໂສໃນຍຸກນັ້ນ ໄດ້ນຳໃຊ້ພູມປັນຍາ ປະສົມປະສານລະຫວ່າງຢາພື້ນເມືອງ ແລະ ຢາຫຼວງ ເຂົ້າໃນການປິ່ນປົວຊ່ວຍຊີວິດນັກຮົບ ແລະ ປະຊາຊົນບັນດາເຜົ່າ. ພວກເພິ່ນໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ແລະ ຫຼາຍທ່ານໄດ້ເສຍສະຫຼະຊີວິດອິນຊີ ເພື່ອພາລະກິດປົດປ່ອຍຊາດ. ມູນເຊື້ອອັນພິລະອາດຫານ, ຄວາມອົດທົນຜ່ານຜ່າ ແລະ ຄວາມເສຍສະຫຼະອັນໃຫຍ່ຫຼວງດັ່ງກ່າວ ໄດ້ກາຍເປັນມໍລະດົກອັນລ້ຳຄ່າ, ເປັນແສງສະຫວ່າງເຍືອງທາງ ໃຫ້ແກ່ແພດໝໍຮຸ່ນສືບທອດ ມາຈົນເຖິງປັດຈຸບັນ. ຈາກນັ້ນ, ໄດ້ຍົກໃຫ້ເຫັນໄພອັນຕະລາຍຂອງພະຍາດໄຂ້ຍຸງລາຍ ເຊິ່ງຍັງຄົງເປັນໜຶ່ງໃນໄພຂົ່ມຂູ່ທີ່ຮ້າຍແຮງຕໍ່ສຸຂະພາບ ແລະ ຊີວິດຂອງປະຊາຊົນ, ໂດຍສະເພາະແມ່ນໃນລະດູຝົນ. ສະນັ້ນ ຈົ່ງພ້ອມກັນເປັນເຈົ້າການ ຈັດຕັ້ງປະຕິບັດມາດຕະການ “5 ປ” ຢ່າງເຂັ້ມງວດ ຄື: ປິດຝາພາຊະນະທີ່ເກັບກັກນ້ຳ ໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່, ປ່ຽນນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ອ່າງນ້ຳ ທຸກໆ 7 ມື້, ປ່ອຍປາຫາງນົກຍຸງ ເພື່ອກິນໜອນນ້ຳ, ປັບປຸງສະພາບແວດລ້ອມ ອ້ອມເຮືອນບໍ່ໃຫ້ມີນ້ຳຂັງ, ອະນາໄມກະໂປະ, ກະປ໋ອງ, ຢາງຕີນລົດເກົ່າ ໃຫ້ສະອາດ.
ໂອກາດນີ້, ທ່ານ ສຸຫວັດ ມະຫາວົງສະໝັ່ນ ໄດ້ມີ ຄຳເຫັນ ໄດ້ເນັ້ນໜັກໃຫ້ຂະແໜງສາທາລະນະສຸກແຂວງ ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 10 (2026-2030). ໂດຍສະເພາະແມ່ນການຫັນປ່ຽນໂຮງໝໍແຂວງໄປສູ່ການເປັນ”ໂຮງໝໍກຸ້ມຕົນເອງທາງດ້ານການເງິນ ແລະ ການບໍລິຫານ, ຄຽງຄູ່ກັບການຍົກລະດັບພື້ນຖານໂຄງລ່າງໃຫ້ໄດ້ມາດຕະຖານ, ການນຳໃຊ້ເຕັກໂນໂລຊີດິຈິຕອນ ແລະ ປັນຍາປະດິດ (AI) ເຂົ້າໃນການຄຸ້ມຄອງເພື່ອຍົກສູງຄຸນນະພາບການບໍລິການໃຫ້ວ່ອງໄວ ແລະ ຊັດເຈນ, ເນັ້ນໜັກໃຫ້ແພດໝໍທຸກຄົນຍຶດໝັ້ນຈັນຍາບັນ, ພ້ອມທັງຮຽກຮ້ອງມາຍັງທຸກພາກສ່ວນ ແລະ ປະຊາຊົນເປັນເຈົ້າການຈັດຕັ້ງປະຕິບັດມາດຕະການ “5ປ” ຢ່າງເຂັ້ມງວດ ແລະ ເປັນປະຈຳທຸກອາທິດ ແລະ ເນັ້ນໜັກເຖິງການຄວບຄຸມການບໍລິໂພກຢາສູບ ໂດຍການສ້າງສຳນັກງານ ແລະ ສະຖານທີ່ສາທາລະນະໃຫ້ເປັນເຂດປອດຄວັນຢາສູບ 100%, ຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມກັນຫຼຸດຜ່ອນການດື່ມເຄື່ອງດື່ມທີ່ມີທາດເຫຼົ້າໂດຍຍຶດຖືຄຳຂວັນ “ເມົາບໍ່ຂັບ” ເພື່ອຫຼຸດຜ່ອນອຸປະຕິເຫດ ແລະ ຜົນກະທົບຕໍ່ສຸຂະພາບ ແລະ ສັງຄົມ.
ຈາກນັ້ນ, ໄດ້ຮ່ວມກັນເຄື່ອນໄຫວກິດຈະກຳປິ່ນອ້ອມທາງດ້ານສາທາລະນະສຸກ ເປັນຕົ້ນແມ່ນ ການກວດສຸຂະພາບໃຫ້ແກ່ອະດີດການນຳ ແລະ ແລະຜູ້ເຂົ້າຮ່ວມ ແລະ ເປີດຂະບວນການອະນາໄມ 5 ປ ປະຈຳອາທິດໃຫ້ເປັນຂະບວນຟົດຟື້ນ.







