ພະແນກສາທາລະນະສູກແຂວງ ຈັດພິທີເຊື່ອມຊຶມເອກະສານສຳຄັນຂອງພັກ

ໃນວັນທີ 20 ມີນາ 2026 ນີ້, ພະແນກສາທາລະນະສູກແຂວງອຸດົມໄຊ ໄດ້ຈັດພິທີເຊື່ອມຊຶມເອກະສານສຳຄັນຂອງພັກ ຂຶ້ນທີ່ຫ້ອງປະຊຸມຂອງພະແນກ ໂດຍການເປັນປະທານຂອງ ທ່ານ ດຣ ຫຸມພັນ ອິນທະມຸງຄຸນ ກຳມະການພັກແຂວງ, ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຄະນະພັກ, ຄະນະພະແນກ, ສະມາຊິກພັກ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມ.

ເອກະສານທີ່ມາເຊື່ອມຊຶມ ປະກອບມີ: ການແຈ້ງການຂອງຄະນະໂຄສະນາອົບຮົມແຂວງ ສະບັບເລກທີ 202/ຄອຮຂ ລົງວັນທີ 11 ມີນາ 2026; ການສະເຫຼີມສະຫຼອງ ຄົບຮອບ 71 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955 – 22 ມີນາ 2026); ການລະນຶກຄົບຮອບ 80 ປີ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ (21 ມີນາ 1946 – 21 ມີນາ 2026). ການເຊື່ອມຊຶມຄັ້ງນີ້ ເພື່ອໃຫ້ຄະນະພັກ, ຄະນະພະແນກ, ສະມາຊິກພັກ ແລະ ພະນັກງານລັດຖະກອນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເຖິງມູນເຊື້ອ, ປະຫວັດສາດ ແລະ ຄວາມໝາຍສຳຄັນຂອງເຫດການຕ່າງໆ ອັນເປັນພື້ນຖານໃນການຊີ້ນຳແນວທາງການເມືອງ ແລະ ການປະຕິບັດໜ້າທີ່ ໃຫ້ມີປະສິດທິຜົນສູງຂຶ້ນ, ສ້າງຄວາມຮັບຮູ້ ແລະ ເສີມສ້າງຈິດໃຈການເມືອງໃຫ້ແກ່ພະນັກງານ ໃຫ້ມີຄວາມໝັ້ນຄົງໃນອຸດົມການ ແລະ ມີຄວາມຮັກຊາດ ຮັກປະຊາຊົນ ຢ່າງແໜ້ນແຟ້ນ.