ລັດຖະມົນຕີ ກະຊວງສາທາລະນະສຸກ ລົງຊຸກຍູ້ ແລະ ຕິດຕາມ ການໃຫ້ວັກຊີນ ຢູ່ ສຸກສາລາຫົວນໍ້າບາກ ເມືອງໄຊ
ໃນວັນທີ 25 ມີນາ ນີ້ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມຄະນະ ໄດ້ສືບຕໍ່ເດີນທາງ ລົງຊຸກຍູ້ ແລະ ຕິດຕາມ ການຈັດຕັ້ງປະຕິບັດ ໂຄງການໃຫ້ວັກຊີນ ເພື່ອປ້ອງກັນ ພະຍາດໂປລິໂອ ແລະ ພະຍາດໝາກແດງ ສຳລັບເດັກອາຍຸ 0 ມື້-59 ເດືອນ (ລຸ່ມ 5 ປີ) ທີ່ ສຸກສາລາຫົວນໍ້າບາກ ເມືອງໄຊ ແຂວງອຸດົມໄຊ ຮ່ວມເດີນທາງ ມີ ທ່ານ ດຣ ຫຸມພັນ ອິນທະມຸງຄຸນ ຫົວໜ້າພະແນກສາທາລະນະສຸກ ພ້ອມດ້ວຍຄະນະນຳຂັ້ນແຂວງ, ເມືອງ, ພະນັກງານການແພດ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໂອກາດການລົງຊຸກຍູ້ ທ່ານໄດ້ລາຍງານ ຈາກ ຮອງປະທານຄະນະກຳມະການປົກຄອງເມືອງ ແລະ ຫົວໜ້າຫ້ອງການສາທາລະນະສຸກເມືອງໄຊ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຢູ່ ບ້ານຫົວນໍ້າບາກ, ບ້ານແສນສຸກວັນ ແລະ ບ້ານແສນລາດ ຜົນການດຳເນີນງານ 11 ຕົວຊີ້ບອກ ປີ 2025 ໂດຍສະຫຼຸບ ມີ 9 ຕົວຊີ້ບອກ ບັນລຸຕາມແຜນ ແລະ ຍັງອີກ 2 ຕົວຊີ້ບອກ ບໍ່ທັນບັນລຸ ເຊັ່ນ: ອັດຕາເກີດລູກມີແພດຊ່ວຍ ບັນລຸ 57% (ແຜນ 85%), ອັດຕາການສັກວັກຊີນເດັກລຸ່ມ 1 ປີ ບັນລຸ 70,4% (ແຜນ 95%), ອັດຕາການສັກວັກຊີນໝາກແດງ ບັນລຸ 64% (ແຜນ 95%). ສຳລັບການດຳເນີນ ໂຄງການວັກຊີນໂປລິໂອ ຮອບທີ 1 ( ເລີ່ມແຕ່ ວັນທີ 2-15 ມີນາ 2026) ມີປະຊາກອນໃນເມືອງ 89.050 ຄົນ, ເດັກເປົ້າໝາຍລຸ່ມ 5 ປີ 9.991 ຄົນ ໄດ້ຈັດຕັ້ງຈຸດໃຫ້ວັກຊີນ ທັງໝົດ 134 ຈຸດ ບັນລຸ 98,3% ຂອງແຜນຄາດໝາຍ ຖືວ່າບັນລຸຕາມເກນທີ່ກຳນົດ. ນອກນັ້ນ ວຽກງານປ້ອງກັນ ແລະ ຄວບຄຸມ ພະຍາດຕິດຕໍ່ ໄດ້ມີການພັດທະນາລະບົບເຝົ້າລະວັງ, ນຳໃຊ້ລະບົບ ຜ່ານຂໍ້ມູນອອນລາຍ (DHIS2) ຄອບຄຸມ 19 ກຸ່ມພະຍາດ ພ້ອມທັງ ເນັ້ນໃສ່ ການປ້ອງກັນ ແລະ ຄວບຄຸມ ເຊື້ອເຮສໄອວີ/ເອສ, ວັນນະໂລກ, ໄຂ້ຍຸງ ແລະ ພະຍາດຕິດຕໍ່ອື່ນໆ.
ໃນການຊຸກຍູ້ ທ່ານນາງ ໃບຄຳ ຂັດທິຍະ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ເພີ່ມທະວີການໂຄສະນາ ເພື່ອໃຫ້ປະຊາຊົນ ເຂົ້າໃຈຄຸນຄ່າຂອງວັກຊີນ ຮັບປະກັນ ການສັກວັກຊີນ ໃຫ້ປອດໄພ ແລະ ໄດ້ມາດຕະຖານ
ຄອບຄຸມເຖິງເດັກເປົ້າໝາຍຢ່າງທົ່ວເຖິງ ການດຳເນີນໂຄງການໃຫ້ວັກຊີນໃນຄັ້ງນີ້ ຖືເປັນກ້າວສຳຄັນ ໃນການສ້າງພູມຄຸ້ມກັນໃຫ້ຊຸມຊົນ ແລະ ຫຼຸດຜ່ອນການແຜ່ລະບາດ ພ້ອມມຸ່ງໜ້າໄປສູ່ການກຳຈັດ ພະຍາດໂປລິໂອ ແລະ ພະຍາດໝາກແດງ ໃນອະນາຄົດ. ຈາກນັ້ນ ຄະນະຍັງໄດ້ສືບຕໍ່ເຂົ້າຢ້ຽມຢາມ ໂຮງງານຜະລິດຢາພື້ນເມືອງທັນສະໄໝລາວ-ຈີນ ຢູ່ບ້ານວຽງສາ ຕື່ມອີກ














