ບາງ ທັດສະນະ ຂອງບັນດາ ຄະນະນຳ ແລະ ອະດີດ ຄະນະນຳ ຂົງເຂດ ສາທາລະນະສຸກ ແຂວງອຸດົມໄຊ ຕໍ່ກັບ ວັນແພດລາວ ຄົບຮອບ 61 ປີ
ເນື່ອງໃນໂອກາດ ການສະເຫລີມ ສະຫລອງ ວັນແພດລາວ ຄົບຮອບ 61 ປີ ( 18 ມິຖຸນາ 1965 – 18 ມິຖຸນາ 2026 ), ວັນຕ້ານ ໄຂ້ຍຸງລາຍ ອາຊຽນ ຄົບຮອບ 15 ປີ ແລະ ວັນຫ້າມສູບຢາໂລກ 31 ພຶດສະພາ ແລະ ຫລຸດຜ່ອນ ການດື່ມເຄື່ອງດື່ມ ທີ່ມີທາດເຫລົ້າ ທີ່ໄດ້ຈັດຂຶ້ນ ໃນວັນທີ 15 ມິຖຸນາ 2026 ນີ້ ຢູ່ສະໂມສອນ ຂອງແຂວງ ໂດຍການເຂົ້າຮ່ວມຂອງທ່ານ ສຸຫວັດ ມະຫາວົງສະຫນັ່ນ ຮອງປະທານ ຄະນະກຳມະການປົກຄອງແຂວງ, ທ່ານ ດຣ ຫຸມພັນ ອິນທະມຸງຄຸນ ຫົວຫນ້າພະແນກ ສາທາລະນະສຸກແຂວງ, ມີບັນດາ ຄະນະນຳ, ອະດີດຄະນະນຳ, ຕະຫລອດຮອດ ພະນັກງານຫລັກແຫລ່ງ ພາຍໃນຂົງເຂດ ສາທາລະນະສຸກ ແຂວງ, ການນຳແຂວງ, ເມືອງໄຊ ແລະ ຕາງຫນ້າພະນັກງານ ຈາກບັນດາຂະແຫນງການອ້ອມຂ້າງແຂວງ ເຂົ້າຮ່ວມ.
ໃນພິທີ ບັນດາ ຄະນະນຳ ແລະ ອະດີດ ຄະນະນຳ ໃນຂົງເຂດ ສາທາລະນະສຸກແຂວງອຸດົມໄຊ ໄດ້ມີບາງທັດສະນະ ຕໍ່ກັບ ວັນສຳຄັນດັ່ງກ່າວ ໂດຍສະເພາະແມ່ນ ຍົກໃຫ້ເຫັນ ຄວາມຫມາຍ, ຄວາມສຳຄັນ ຂອງວັນແພດລາວ, ການເຕີບໃຫຍ່ ຂະຫຍາຍຕົວ ຂອງວຽກງານ ສາທາລະນະສຸກແຂວງ ແລະ ທິດທາງແຜນການ ທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ຫນ້າ, ຜົນງານອັນພົ້ນເດັ່ນ ແລະ ສິ່ງທ້າທາຍ ຂອງວຽກງານບໍລິການປິ່ນປົວສຸຂະພາບ ຂອງໂຮງຫມໍ, ການພັດທະນາ, ຍົກລະດັບຄວາມຮູ້, ຄວາມສາມາດ ຂອງນັກຮຽນ, ນັກສຶກສາແພດ ຮຸ່ນໃຫມ່ ສູ່ການເປັນນັກຮົບເສື້ອຂາວທີ່ມີຄຸນນະ ພາບ ແລະ ຈັນຍາບັນ, ຄວາມແຕກຕ່າງລະຫວ່າງ ການຈັດຕັ້ງປະຕິບັດຫນ້າທີ່ຂອງແພດຫມໍ, ບັນດາພື້ນຖານ ໂຄ່ງລາງ ໃນເມື່ອກ່ອນ ກັບປັດຈຸບັນ.
ເນື່ອງໃນໂອກາດ ສະເຫລີມ ສະຫລອງ ວັນສຳຄັນ ຂອງຂະແຫນງການສາທາລະນະສຸກ ຄັ້ງນີ້ ບັນດາ ຄະນະນຳ ແລະ ອະດີດຄະນະນຳ ຂອງຂະແຫນງ ສາທາລະນະສຸກແຂວງອຸດົມໄຊ ກໍໄດ້ສະແດງຄຳຄິດເຫັນ ແລະ ກ່າວອວຍພອນ ບັນດາພະນັກງານຫລັກແຫລ່ງ ຂອງຕົນ ນັບທັງອະດີດ ແລະ ປັດຈຸບັນ ທີ່ກຳລັງປະຕິບັດຫນ້າທີ່ ໃນການປິ່ນປົວ ແລະ ຮັກສາຄົນເຈັບ ຕື່ມອີກ







