ພິທີປ່ອຍຍຸງ ໂວບັກເຄຍ (Wolbachia) ຢູ່ແຂວງອຸດົມໄຊ ຂອງໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ

ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຮ່ວມກັບ ອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ, ພະແນກ ສາທາລະນະສູກ ແຂວງອຸດົມໄຊ ໄດ້ຈັດພິທີ ປ່ອຍຍຸງ ໂວບັກເຄຍ ຂອງ ໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ ໂດຍການນຳໃຊ້ ຍຸງ ໂວບັກເຄຍ (Wolbachia) ພິທີຈັດຂຶ້ນໃນວັນທີ 7 ກໍລະກົດ 2026 ທີ່ ເດີນກິລາໃນຮົ່ມ ແຂວງອຸດົມໄຊ ໃຫ້ກຽດເຂົ້າຮ່ວມພິທີມີ ທ່ານ ສຸຫວັດ ມະຫາວົງສະນັ່ນ, ຮອງປະທານຄະນະກຳມະການປົກຄອງ ແຂວງອຸດົມໄຊ, ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ, ມີ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ຫົວໜ້າພະແນກສາທາລະນະສຸກແຂວງອຸດົມໄຊ, ພ້ອມດ້ວຍອົງການຈັດຕັ້ງສາກົນ, ອົງການປົກຄອງແຂວງ, ເມືອງ, ພະແນກການ, ອົງການ, ລັດວິສາ ຫະກິດ, ໂຮງຮຽນ, ໂຮງໝໍ, ອົງການຈັດຕັ້ງບ້ານໃນເທດສະບານແຂວງ ເຂົ້າຮ່ວມ.

ໃນປັດຈຸບັນ ພະຍາດໄຂ້ຍຸງລາຍ ສືບຕໍ່ສົ່ງຜົນກະທົບຕໍ່ຫຼາຍຄອບຄົວ ໃນທົ່ວ ສປປ ລາວ, ໂດຍສະເພາະ ໃນຊ່ວງລະດູຝົນ. ປະເທດ ອົດສະຕຣາລີ ໄດ້ສະໜັບສະໜູນ ສປປ ລາວ ໃນການຕ້ານພະຍາດໄຂ້ຍຸງລາຍ ພາຍໃຕ້ໂຄງການຫຼຸດຜ່ອນການສົ່ງເຊື້ອໄຂ້ຍຸງລາຍ ໂດຍການນຳໃຊ້ ຍຸງ ໂວບັກເຄຍ ຢູ່ ສປປ ລາວ. ຍຸງ ໂວບັກເຄຍ ບໍ່ສາ ມາດແຜ່ເຊື້ອພະຍາດ ເຊັ່ນ: ໄຂ້ຍຸງລາຍ, ຊິກ້າ, ຊິກຸກັນຢາ. ເມື່ອຖືກປ່ອຍໃນຊຸມຊົນ ຍຸງດັ່ງກ່າວ ຈະສືບພັນກັບຍຸງລາຍບ້ານ ແລະ ຈະຫຼຸດຜ່ອນການແຜ່ເຊື້ອພະຍາດ. ວິທີການ ອີງຕາມຫຼັກວິທະຍາສາດ ດັ່ງກ່າວແມ່ນມີຄວາມປອດໄພ, ແລະ ຈະສາມາດຊ່ວຍຊີວິດ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ ລະບົບ ສາທາລະນະສຸກ ວິທີການດັ່ງກ່າວ ຍັງເປັນມິດຕໍ່ສິ່ງແວດລ້ອມອີກດ້ວຍ.

ໃນປີ 2025-2028, ໂຄງການ ດັ່ງກ່າວຈະປ່ອຍ ຍຸງ ໂວບັກເຄຍ ໃນເນື້ອທີ່ ປະມານ 84 ກິໂລຕາແມັດ ຢູ່ 13 ເມືອງ ໃນ 5 ແຂວງ ແລະ ເຂົ້າເຖິງປະຊາກອນຫຼາຍກວ່າ 1,250,000 ຄົນ, ໃນນີ້ ແຂວງອຸດົມໄຊ ເປັນແຂວງ ທີ 4 ໄດ້ປ່ອຍ ຍຸງ ໂວບັກເຄຍ