ປະກາດຮັບ-ຮອງແຂວງອຸດົມໄຊ ເປັນແຂວງຢຸດຕິການຖ່າຍຊະຊາຍ
ພິທີປະກາດຮັບຮອງແຂວງອຸດົມໄຊ ເປັນແຂວງຢຸດຕິການຖ່າຍຊະຊາຍ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 29 ພະຈິກ 2024 ນີ້ ທີ່ສະໂມສອນແຂວງອຸດົມໄຊ ໂດຍການເຂົ້າຮ່ວມຂອງທ່ານ ສຈ ປອ ດຣ. ບຸນແຝງ ພຸມມະໄລສິດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ບຸນຄົງ ຫຼ້າຈຽມພອນ ກໍາມະການ ສຳຮອງສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງແຂວງອຸດົມໄຊ, ມີເຈົ້າແຂວງ, ຮອງເຈົ້າແຂວງ 18 ແຂວງໃນທົ່ວປະເທດ, ບັນດາຫົວໜ້າກົມ, ຮອງກົມມາຈາກກະຊວງສາທາລະນະສຸກ, ເຈົ້າເມືອງ – ຮອງເຈົ້າເມືອງ, ຄະນະກໍາມະການຮັກສາສຸຂະພາບຂັ້ນແຂວງ, ຄະນະພະແນກ ສາທາລະນະສຸກບັນດາແຂວງ, ຄະນະອຳນວຍການໂຮງໝໍແຂວງ, ໂຮງຮຽນ, ອາດີດການນຳ ພະແນກສາທາລະນະສຸກແຂວງ, ເມືອງ ຕາງໜ້າອົງການຈັດຕັ້ງສາກົນຕ່າງໆ, ຫົວໜ້າ-ຮອງຫົວໜ້າ ພະແນກການ, ອົງການອ້ອມຂ້າງແຂວງ , ຫົວໜ້າ-ຮອງຫົວໜ້າຫ້ອງການສາທາລະນະສຸກ 7 ເມືອງ, ຫົວໜ້າໂຮງໝໍນ້ອຍ, ອົງການປົກຄອງບ້ານ ພາຍໃນເທດສະບານ ເມືອງໄຊເຂົ້າຮ່ວມ.
ກ່ອນເຂົ້າພິທີຢ່າງເປັນທາງການ ໄດ້ມີການສະແດງສິນລະປະວັນນະຄະດີ ແລະ ລະຄອນທີ່ສ່ອງແສງເຖິງ ສຸຂະອະນາໄມທີ່ຖືກຕ້ອງ ແລະ ຄວາມອັນຕະລາຍຂອງການຖ່າຍຊະຊາຍຈາກນ້ອງນັກຮຽນ ມສ ແຂວງ. ຈາກນັ້ນ, ທ່ານ ບຸນຄົງ ຫຼ້າຈຽມພ້ອມ ເຈົ້າແຂວງອຸດົມໄຊ ໄດ້ກ່າວເປີດພິທີ ຢ່າງເປັນທາງການ ບາງຕອນທ່ານກ່າວວ່າ: ພັກ ແລະ ລັດຖະບານ ຍາມໃດກໍ່ໄດ້ເອົາໃຈໃສ່ຕໍ່ບັນຫາທາງດ້ານສຸຂະພາບ ແລະ ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ໂດຍວາງແນວທາງນະໂຍບາຍວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ເພື່ອສົ່ງເສີມໃຫ້ປະຊາຊົນເປັນເຈົ້າການ ໃນການຮັກສຸຂະພາບດ້ວຍຕົນເອງ ໃຫ້ມີຄວາມສົມບູນພູນສຸກ ທາງດ້ານຮ່າງກາຍ, ຈິດໃຈ ແລະ ສັງຄົມ ມີຄວາມປອດໄພ ເພື່ອປະກອບສ່ວນໃນການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ ແລະ ການລືບລ້າງຄວາມທຸກຍາກ. ສະນັ້ນ ຄະນະນຳຂອງແຂວງ ໂດຍສະເພາະແມ່ນຂະແໜງສາທາລະນະສຸກແຕ່ລະຂັ້ນ ໄດ້ເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ລົງສຸຂະສືກສາ, ປຸກລະດົມອົງການປົກຄອງບ້ານ ແລະ ປະຊາຊົນບັນດາເຜົ່າ ເປັນເຈົ້າການຈັດຕັ້ງປະຕິບັດ ການກໍ່ສ້າງວິດຖ່າຍ ຊົມໃຊ້ວິດຖ່າຍ ຢູ່ພາຍໃນຄອບຄົວຂອງຕົນ ຈົນສາມາດປະກາດບ້ານຢຸດຕິການຖ່າຍຊະຊາຍຢູ່ທຸກບ້ານ ໄດ້ທັງ 7 ເມືອງໃນທົ່ວແຂວງ. ສະນັ້ນ, ຈິ່ງໄດ້ຈັດພິທີປະກາດຮັບຮອງແຂວງອຸດົມໄຊ ເປັນແຂວງຢຸດຕິ ການຖ່າຍຊະຊາຍຢ່າງເປັນທາງການ. ໂອກາດດຽວກັນ ທ່ານ ຫຸມພັນ ອິນທະມຸງຄຸນ ກຳມະການພັກແຂວງ, ຫົວໜ້າ ພະແນກສາທາລະນະສຸກແຂວງ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດການສ້າງແຂວງອຸດົມໄຊເປັນແຂວງຢຸດຕິການຖ່າຍຊະຊາຍ ແລະ ເພື່ອເປັນການຢັ້ງຢືນ ຢ່າງໜັກແໜ້ນເຖິງຜົນງານ ແລະ ຜົນສໍາເລັດດັ່ງກ່າວ ກະຊວງສາທາລະນະສຸກ ຈິ່ງໄດ້ມອບໃບຢັ້ງຢືນໃຫ້ແຂວງອຸດົມໄຊ ເປັນແຂວງຢຸດຕິການຖ່າຍຊະຊາຍ ເປັນກຽດມອບໂດຍແມ່ນ ທ່ານ ສຈ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ໃຫ້ກຽດຮັບໂດຍ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ. ພ້ອມທັງມອບໃບຍ້ອງຍໍຂອງທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ຂອງທ່ານ ເຈົ້າແຂວງອຸດົມໄຊໃຫ້ແກ່ກົມກອງ, ບຸກຄົນ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນ ສ້າງແຂວງອຸດົມໄຊ ເປັນແຂວງຢຸດຕິການຖ່າຍຊະຊາຍ ແລະ ໃບກຽດຕິຄຸນ ຕໍ່ອົງການຈັດຕັ້ງສາກົນທີ່ໃຫ້ການອຸປະຖໍາງານໃນຄັ້ງນີ້ ຢ່າງສົມກຽດ.
ໂອກາດດັ່ງກ່າວ ທ່ານ ສຈ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໂອ້ລົມວ່າ ການປະກາດຮັບຮອງ ແຂວງອຸດົມໄຊໃນຄັ້ງນີ້ ສຸດທີ່ມີຄວາມໝາຍ ຄວາມສໍາຄັນ ເປັນຢ່າງຍິ່ງ, ເປັນບາດກ້າວອັນໃໝ່ ທີ່ພວກເຮົາໄດ້ບັນລຸຜົນສໍາເລັດ. ພາຍຫຼັງສຳເລັດພິທີ ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານເຈົ້່າແຂວງອຸດົມໄຊ ພ້ອມດ້ວຍ ການນຳ ແລະ ແຂກທຸກພາກສ່ວນກໍໄດ້ເຂົ້າຮ່ວມຕັດແຖບຜ້າ, ເປີດປ້າຍ, ລັ່ນຄ້ອງ ເພື່ອເປັນສັນຍາລັກໃນການປະກາດຮັບ – ຮອງແຂວງອຸດົມໄຊ ເປັນແຂວງຢຸດຕິການຖ່າຍຊະຊາຍຢ່າງເປັນທາງການ.